ນະຄອນຫຼວງວຽງຈັນ ຕັ້ງກອງທຶນທາງເກັບເງິນປະຊາຊົນຜູ້ໃຊ້ລົດ ແຕ່ 50,000-1,000,000 ກີບຕໍ່ຄັນຕໍ່ປີ ເພື່ອໃຊ້ໜີ້ຄ່າທາງ ເລີ່ມ 2018 - ອິດສະຫຼະ

ນະຄອນຫຼວງວຽງຈັນ ຕັ້ງກອງທຶນທາງເກັບເງິນປະຊາຊົນຜູ້ໃຊ້ລົດ ແຕ່ 50,000-1,000,000 ກີບຕໍ່ຄັນຕໍ່ປີ ເພື່ອໃຊ້ໜີ້ຄ່າທາງ ເລີ່ມ 2018



ອີງຕາມການລາຍງານຂອງໜັງສືພິມເສດຖະກິດ-ການຄ້າໄດ້ໃຫ້ຮູ້ວ່າ: ນະຄອນຫຼວງວຽງຈັນຈະສ້າງຕັ້ງກອງທຶນທາງປະຊາຊົນນະຄອນຫຼວງວຽງຈັນ ທີ່ຈະເລີ່ມທົດລອງຈັດຕັ້ງປະຕິບັດຢ່າງເປັນທາງການໃນວັນທີ 1 ມັງກອນ 2018 - 31 ທັນວາ 2020 ໂດຍການເກັບເພີ່ມຄ່າບໍລິການມາດຕະຖານເຕັກນິກພາຫະນະ (ລົດ) ທຸກປະເພດປີລະ 1 ຄັ້ງ ທີ່ຂຶ້ນທະບຽນຢູ່ທະຄອນຫຼວງວຽງຈັນ ຫຼື ຂຶ້ນທະບຽນຢູ່ແຂວງອື່ນແຕ່ມາປະຈຳການ, ດຳເນີນທຸລະກິດໃນນະຄອນຫຼວງວຽງຈັນ.

ທ່ານ ເດດສົງຄາມ ທຳມະວົງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນຕາງໜ້າໃຫ້ຄະນະຮັບຜິດຊອບກະກຽມຮ່າງຂໍ້ຕົກລົງວ່າ ດ້ວຍການສ້າງຕັ້ງກອງທຶນທາງປະຊາຊົນນະຄອນຫຼວງວຽງຈັນ ເທື່ອທີ 3 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນຊຸດທີ 1 ໃນວັນທີ 30 ມິຖຸນາ 2017 ຜ່ານມາວ່າ: ສຳລັບແຫຼ່ງລາຍຮັບຂອງກອງທຶນປະຊາຊົນນະຄອນຫຼວງວຽງຈັນແມ່ນໄດ້ຈາກການເກັບເພີ່ມຄ່າບໍລິການມາດຕະຖານເຕັກນິກພາຫະນະ (ລົດ) ທຸກປະເພດປີລະ 1 ຄັ້ງຕໍ່ຄັນຂອງບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງລັດທີ່ຂຶ້ນທະບຽນຢູ່ນະຄອນຫຼວງວຽງຈັນ ຫຼື ຂຶ້ນຢູ່ຕ່າງແຂວງແຕ່ມາປະຈຳການ, ດຳເນີນທຸລະກິດຢ່າເປັນປົກກະຕິຢູ່ນະຄອນຫຼວງວຽງຈັນເຊິ່ງລາຍລະອຽດມີດັ່ງນີ້:

- ລົດບັນທຸກປະເພດ 18 ລໍ້ຂຶ້ນໄປເກັບ 1,000,000 ກີບ
- ລົດບັນທຸກປະເພດ 12 ລໍ້ເກັບ 800,000 ກີບ
- ລົດບັນທຸກປະເພດ 10 ລໍ້ເກັບ 600,000 ກີບ
- ລົດບັນທຸກປະເພດ 6 ລໍ້ເກັບ 500,000 ກີບ
- ລົດເມປະເພດ 45 ບ່ອນນັ່ງຂຶ້ນໄປເກັບ 500,000 ກີບ
- ລົດເມປະເພດ 25 ບ່ອນນັ່ງເກັບ 400,000 ກີບ
- ລົດຕູ້ໂດຍສານ ເກັບ 300,000 ກີບ
- ລົດແທັກຊີ ເກບ 300,000 ກີບ
- ລົດສອງແຖວໃຫຍ່ເກັບ 300,000 ກີບ
- ລົດສອງແຖວນ້ອຍ ເກັບ 200,000 ກີບ
- ລົດກະບະ, ລົດຕູ້ສ່ວນຕົວ ຄວາມແຮງສູງກວ່າ 3000 ຊີຊີຂຶ້ນໄປເກັບ 600,000 ກີບ
- ລົດກະບະ, ລົດຕູ້ສ່ວນຕົວ ຄວາມແຮງແຕ່ 2999 ຊີຊີລົງມາເກັບ 500,000 ກີບ
- ລົດເກັງ ແລະ ລົດຈິບທຸກຊະນິດຄວາມແຮງສູງກວ່າ 3000 ຊີຊີຂຶ້ນໄປເກັບ 800,000 ກີບ
- ລົດເກັງ ແລະ ສົດຈິບທຸກຊະນິດຄວາມແຮງແຕ່ 2999 ຊີຊີລົງມາເກັບ 500,000 ກີບ
- ລົດສາມລໍ້ຕຸກໆ ແລະ ລົດຈຳໂບ້ເກັບ 120,000 ກີບ
- ລົດຈັກທຸກປະເທດ ຄວາມແຮງແຕ່ 109 ຊີຊີ ລົງມາເກັບ 50,000 ກີບ
- ລົດຈັກທຸກປະເທດຄວາມແຮງສູງກວ່າ 110 ຊີຊີຂຶ້ນໄປເກັບ 120,000 ກີບ.

ການນຳໃຊ້ເງິນກອງທຶນປະຊາຊົນນະຄອນຫຼວງວຽງຈັນ ແມ່ນຈຳນຳໄປຊຳລະໜີ້ສິນການກໍ່ສ້າງເສັ້ນທາງທີ່ນະຄອນຫຼວງວຽງຈັນ ແລະ ເມືອງຕົກລົງໃນເມື່ອກ່ອນ 25%, ກໍ່້ສາງສ້ອມແປງບູລະນະຮັກສາເສັ້ນທາງ 74% ເມືອງ ແລະ ບ້ານຄຸ້ມຄອງ (ບໍ່ກວມເອົາເສັ້ນທາງຫຼວງແຫ່ງຊາດ ໃນເຂດນະຄອນຫຼວງວຽງຈັນ ທີ່ສູນຄກາງຄຸ້ມຄອງ) ແລະ ໃຊ້ເຂົ້າໃນວຽກງານຄຸ້ມຄອງ-ບໍລິຫານກອງທຶນນະຄອນຫຼວງວຽງຈັນ 1%.

ໂຄງປະກອບຂໍ້ຕົກລົງສະບັບນີ້ແມ່ນປະກອບດ້ວຍ 5 ໝວດ ແລະ 18 ມາດຕາໂດຍໄດ້ຜ່ານກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ 3 ຄັ້ງ ແລະ ໄດ້ຜ່ານກອງປະຊຸມສະພານະຄອນຫຼວງວຽງຈັນ ຄັ້ງທີ 2 ເປັນທີ່ຮຽບຮ້ອຍ  ແລະ ກໍ່ໄດ້ດັດປັບລາຄາລົງຕາມການສະເໜີຂອງສະມາຊິກສະພານະຄອນຫຼວງວຽງຈັນ.

ນອກຈາກນັ້ນ, ຜ່ານມາກໍ່ໄດ້ທາບທາມບັນດາເມືອງ 9 ຕົວເມືອງ, ການເກັບແມ່ນຈະເກັບສະເໝີພາບກັນ (ຈະຍົກເວັ້ນສະເພາະນັກການທູດ ແລະ ອົງການຈັດຕັ້ງສາກົນ).

No comments

Powered by Blogger.