ສປປ.ລາວ ຈະເຂົ້າຮ່ວມການແຂ່ງຂັນທາງການທະຫານນານາຊາດ 2017 ທີ່ປະເທດລັດເຊຍ - ອິດສະຫຼະ

ສປປ.ລາວ ຈະເຂົ້າຮ່ວມການແຂ່ງຂັນທາງການທະຫານນານາຊາດ 2017 ທີ່ປະເທດລັດເຊຍ



ອີງຕາມການລາຍງານຂອງກະຊວງປ້ອງກັນປະເທດລັດເຊຍ ຜູ້ຈັດງານການແຂ່ງຂັນທາງການທະຫານນານາຊາດ 2017 (The International Army Games 2017) ໄດ້ໃຫ້ຮູ້ວ່າ ງານປີນີ້ຈະຈັດຂຶ້ນໃນລະຫວ່າງວັນທີ 28 ກໍລະກົດ - 12 ສິງຫາ 2017 ນີ້ ໂດຍມີທັງໝົດ 28 ປະເທດເຂົ້າຮ່ວມ ແລະ ໜຶ່ງໃນນັ້ນຄື ສປປ.ລາວ ເຊິ່ງລາຍການແຂ່ງຂັ້ນມີທັງໝົດ 28 ລາຍການ.

ໃນປີນີ້ ສປປ.ລາວ ຂອງພວກເຮົາຈະເຂົ້າຮ່ວມພຽງລາຍການດຽວນັ້ນກໍ່ຄື ສະໜາມລົດຕັງ (Tank Biathlon).

ປະເທດທີ່ເຂົ້າການແຂ່ງຂັນ 28 ປະເທດປະກອບດ້ວຍ: ລັດເຊຍ, ກາຊັກສະຖານ, ຈີນ, ເວເນຊູເອລາ, ເບລາຣຸດຊີ, ເອຢິບ, ອີຣານ, ອາແຊກໄບຊານ, ຊິມບຳເວ, ອາກເມນີ, ອຸດສະເບກິດສະຖານ, ອັງໂກລາ, ມົງໂກລີ, ອິນເດຍ, ແຊັກບີ, ກູເວດ, ກຽກກິດສະຖານ, ນິກາຣາກວາ, ຕັດຈິກິດສະຖານ, ເກຣັກ, ອາຣັບບີ ຊາອູດິດ, ຊີຣີ, ໄທ, ອູກັນດາ, ອາຟຣິກາໃຕ້, ອິດສະຣາແອນ, ມາຣົກ ແລະ ລາວ.


















No comments

Powered by Blogger.