ສ.ອາເມຣິກາ ສົ່ງເຮືອຮົບເຂົ້າໃກ້ເຂດຄວາມຂັດແຍ່ງໃນທະເລຈີນໃຕ້ ຈີນສົ່ງເຮືອຮົບ ແລະ ຍົນຂັບໄລ່ຕ້ອນຮັບ - ອິດສະຫຼະ

ສ.ອາເມຣິກາ ສົ່ງເຮືອຮົບເຂົ້າໃກ້ເຂດຄວາມຂັດແຍ່ງໃນທະເລຈີນໃຕ້ ຈີນສົ່ງເຮືອຮົບ ແລະ ຍົນຂັບໄລ່ຕ້ອນຮັບ



ສຳນັກຂ່າວຕ່າງປະເທດລາຍງານ 3 ກໍລະກົດ 2017 ວ່າ ກະຊວງປ້ອງກັນປະເທດສະຫະລັດອາເມຣິກາເປີດເຜີຍວ່າ ເຮືອຮົບ USS Stethem ເຮືອຮົບຕິດຂີປະນາວຸດນຳວິຖີຂອງກອງທັບ ສ.ອາເມຣິກາ ແລ່ນເຂົ້າໃກ້ເກາະໄທຣຕັນ ໃນໄລຍະຫ່າງປະມານ 22 ກິໂລແມັດ (12 ໄມທະເລ) ເຊິ່ງເປັນສ່ວນໜຶ່ງຂອງກຸ່ມເກາະພາຣາເຊວໃນເຂດທະເລຈີນໃຕ້ ທີ່ມີ 3 ປະເທດອ້າງກຳມະສິດໄດ້ແກ່: ຈີນ, ໄຕຫວັນ ແລະ ຫວຽດນາມ ເມື່ອວັນທີ 02/07/2017 ໂດຍ ສ.ອາເມຣິກາ ອ້າງວ່າສິ່ງທີ່ເຮັດໄປນັ້ນ ເພື່ອເສລີພາບຂອງການເດີນເຮືອ.

ຖືເປັນຄັ້ງທີ 2 ແລ້ວຂອງການສະແດງອອກເຖິງເສລີພາບຂອງການເດີນເຮືອໃນທະເລ ໃນຍຸກຂອງປະທານປະເທດ ໂດໂນ ທຣຳ ໂດຍຄັ້ງທຳອິດເກີດຂຶ້ນເມື່ອວັນທີ 25/05/2017 ທີ່ຜ່ານມາ ເຮືອຮົບ USS Dewey ຕິດຂີປະນາວຸດຂອງກອງທັບ ສ. ອາເມຣິກາ ແລ່ນເຂົ້າໃກ້ໃນໄລຍະປະມານ 22 ກິໂລແມັດເຊັ່ນກັນ ຫ່າງຈາກເກາະທຽມທີ່ຈີນສ້າງຂຶ້ນມາໃນເຂດທະເລຈີນໃຕ້.

ໄລຍະ 22 ກິໂລແມັດ ຫຼື 12 ໄມທະເລ ເປັນໄລຍະທີ່ກຳນົດເພື່ອຮັບຮອງເລື່ອງອານາເຂດດິນແດນທາງທະເລລະຫວ່າງປະເທດ ແຕ່ຫາກເດີນເຮືອເຂົ້າໄປໃກ້ໃນໄລຍະ 22 ກິໂລແມັດ ສະແດງໃຫ້ເຫັນວ່າ ສ.ອາເມຣິກາ ບໍ່ໄດ້ເຄົາລົບເລື່ອງການຮັບຮອງອານາເຂດດິນແດນທາງທະເລລະຫວ່າງປະເທດ.

ໃນດ້ານຂອງກະຊວງການຕ່າງປະເທດຈີນກໍ່ໄດ້ອອກຖະແຫຼງການໃນມື້ວານນີ້ (02/07/2017) ວ່າ: ໄດ້ສົ່ງເຮືອຮົບ ແລະ ຍົນຂັບໄລ່ຫຼາຍລຳໄປຍັງບໍລິເວນຕຳແໜ່ງທີ່ຕັ້ງຂອງເຮືອຮົບ USS Stethem ເພື່ອຕອບສະໜອງ ແລະ ເປັນການເຕືອນຕໍ່ການທີ່ເຮືອລຳດັ່ງກ່າວຂອງກອງທັບ ສ.ອາເມຣິກາ ແລ່ນເຂົ້າໄປພາຍໃນລັດສະໝີ 22 ກິໂລແມັດ (12 ໄມທະເລ) ຂອງເກາະໄທຣຕັນດັ່ງກ່າວ.

ນອກຈາກນີ້ເນື້ອໃນຂອງຖະແຫຼງການຍັງມີຖ້ອຍຄຳປະນາມດ້ວຍວ່າ ເຫດການທີ່ເກີດຂຶ້ນຖືເປັນການຮຸກຮານທັງໃນທາງການເມືອງ ແລະ ທາງການທະຫານຢ່າງຮ້າຍແຮງ, ລັດຖະບານຈີນຈຶ່ງຂໍຮຽກຮ້ອງໃຫ້ ສ.ອາເມຣິກາ ຢຸດຕິພຶດຕິກຳດັ່ງກ່າວໂດຍໄວ ເນື່ອງຈາກເປັນການລະເມີດອະທິປະໄຕ ແລະ ເປັນການຂົ່ມຂູ່ສະຖຽນລະພາບດ້ານຄວາມໝັ້ນຄົງຂອງຈີນ.


No comments

Powered by Blogger.