ຜູ້ຊາຍຍີ່ປຸ່ນຈຳນວນຫຼາຍ ຫັນມາໃຊ້ບໍລິການຕຸກກະຕາຢາງ ເພາະຜູ້ຍິງຍີ່ປຸ່ນເຢັນຊາ ແລະ ບໍ່ຕອບສະໜອງຄວາມຕ້ອງການ - ອິດສະຫຼະ

ຜູ້ຊາຍຍີ່ປຸ່ນຈຳນວນຫຼາຍ ຫັນມາໃຊ້ບໍລິການຕຸກກະຕາຢາງ ເພາະຜູ້ຍິງຍີ່ປຸ່ນເຢັນຊາ ແລະ ບໍ່ຕອບສະໜອງຄວາມຕ້ອງການ



ສື່ຕ່າງປະເທດລາຍງານເລື່ອງລາວອັນເປັນທີ່ຮືຮາໃນສັງຄົມຍີ່ປຸ່ນ ເມື່ອຊາຍໄວກາງຄົນຜູ້ໜຶ່ງອ້າງວ່າພົບຮັກກັບຕຸກກະຕາຢາງ ເຖິງຂັ້ນຕ້ອງສະສົມໄວ້ໃນເຮືອນກວ່າສິບຕົວ.

ທ່ານ ມາຊາຢູກິ ໂອຊາກິ ນັກກາຍຍະພາບບຳບັດອາຍຸ 45 ປີ ເຊິ່ງອາໄສຢູ່ໃນນະຄອນໂຕກຽວ ເປີດເຜີຍວ່າ ພາຍຫຼັງທີ່ເມຍຂອງລາວໃຫ້ກຳເນີດສູກສາວເຊິ່ງຂະນະນີ້ເຂົ້າສູ່ໄວລຸ້ນແລ້ວ ລາວ ແລະ ເມຍກໍ່ຍົກເລີກທີ່ຈະມີເພດສຳພັນຮ່ວມກັນ ແລະ ເຮັດໃຫ້ລາວຮູ້ສຶກເຫງົາຫຼາຍ ແຕ່ເມື່ອລາວພົບກັບ "ມາຢຸ" ຕຸກກະຕາຢາງໃນຮ້ານຂາຍເຊັກທອຍແຫ່ງໜຶ່ງ ລາວກໍ່ຫຼົງຮັກມາຢຸຕັ້ງແຕ່ພົບ.

ທ່ານ ໂອຊາກິບອກວ່າ ຕອນທຳອິດເມຍຂອງລາວຮ້າຍ ແລະ ບໍ່ພໍໃຈຫຼາຍທີ່ລາວຊື່ຕຸກຕາຢ່າງໂຕນີ້ເຂົ້າມາໃນເຮືອນ ແຕ່ທຸກມື້ນີ້ເມຍຂອງລາວຍອມຮັບໄດ້ແລ້ວ ເຖິງຈະບໍ່ເຕັມໃຈປານໃດ ຂະນະທີ່ລູກສາວຂອງລາວບອກວ່າໃນຕອນທຳອິດຮູ້ສຶກຢ້ານ ແລະ ຂົນລຸກກັບມາຍຸ ແຕ່ຕອນນີ້ລາວໄດ້ແບ່ງປັນເຄື່ອງນຸ່ງໃຫ້ຕຸກກະຕາຢາງໄດ້ນຸ່ງນຳ.

ຊາຍຄົນດັ່ງກ່າວບອກວ່າ ຂະນະນີ້ລາວສະສົມຕຸກກະຕາຢາງໄວ້ໃນເຮືອນຫຼາຍກວ່າສິບຕົວແລ້ວ ແລະ ສາເຫດໜຶ່ງທີ່ເຮັດໃຫ້ລາວຫັນມາຮັກ ແລະ ໃສ່ໃຈຕຸກກະຕາຢາງຫຼາຍກວ່າຄົນ ເປັນເພາະຮູ້ສຶກວ່າຜູ້ຍິງຍີ່ປຸ່ນເຢັນຊາ ແລະ ບໍ່ຄ່ອຍຮັບຟັງສິ່ງທີ່ຜູ້ຊາຍຕ້ອງການ ແລະ ເມື່ອລາວປ່ຽນມາໃຊ້ຊີວິດກັບຕຸກກະຕາຢາງກໍ່ເຮັດໃຫ້ມີຄວາມສຸກຫຼາຍຂຶ້ນ.

ທ່ານ ໂອຊາກິ ເປັນພຽງໜຶ່ງໃນຜູ້ຊາຍຍີ່ປຸ່ນ ທີ່ເພີ່ມຈຳນວນຂຶ້ນເລື້ອຍໆທີ່ຫັນມາໃຊ້ຊີວິດກັບຕຸກກະຕາຢາງ ໂດຍຂໍ້ມູນຈາກແຫຼ່ງຂ່າວໃນແວດວົງອຸດສາຫະກຳເຊັກທອຍຍີ່ປຸ່ນລະບຸວ່າ ມີການຊື່-ຂາຍຕຸກກະຕາຢາງລາຄາຕັ້ງແຕ່ 6,000 ໂດລາ ຫຼາຍເຖິງປະມານ 2,000 ຕົວໃນແຕ່ລະປີ.

No comments

Powered by Blogger.