ມວຍລາວເກັບເພີ່ມ 2 ຫຼຽນທອງ ໃຫ້ກັບທີມນັກກີລາລາວ ໃນຊີເກມ ຄັ້ງທີ 29 ທີ່ມາເລເຊຍ - ອິດສະຫຼະ

ມວຍລາວເກັບເພີ່ມ 2 ຫຼຽນທອງ ໃຫ້ກັບທີມນັກກີລາລາວ ໃນຊີເກມ ຄັ້ງທີ 29 ທີ່ມາເລເຊຍ



ຈາກຜົນການຂຶ້ນຊົກມື້ນີ້ (22/08/2017) ໃນຮອບຊີງຫຼຽນເງິນ ບຸນປອນ ລາຊະວົງສີ ນັກມວຍລຸ້ນ 49 ກິໂລກຣາມ ເສຍໃຫ້ນັກມວຍຈາກປະເທດເຈົ້າພາບມາເລເຊຍ.

ສ່ວນ ຈັນສະໝອນ ວິໄລສັກ ນັກມວຍລຸ້ນ 56 ກິໂລກຣາມ ເສຍໃຫ້ນັກມວຍຈາກປະເທດໄທ ຈຶ່ງເຮັດໃຫ້ທັງຄູ່ໄດ້ 2 ຫຼຽນທອງໃຫ້ກັບທີມນັກກີລາລາວໃນການແຂ່ງຂັນຊີເກມ ຄັ້ງທີ 29 ທີ່ປະເທດມາເລເຊຍນີ້.

ຕອນນີ້ທີມນັກກີລາລາວມີທັງໝົດ 4 ຫຼຽນປະກອບດ້ວຍ: 1 ຫຼຽນເງິນ ຈາກກະຕໍ້ຊິນລອນ, 3 ຫຼຽນທອງ ຈາກກະຕໍ້ຊິນລອນ 1 ຫຼຽນ ແລະ ຈາກມວຍສາກົນ 2 ຫຼຽນທອງ.

No comments

Powered by Blogger.