ອັດຕາຄ່າຊົດເຊີຍ ຜູ້ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ໃນເບື້ອງຕົ້ນ - ອິດສະຫຼະ

ອັດຕາຄ່າຊົດເຊີຍ ຜູ້ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ໃນເບື້ອງຕົ້ນ



ສຳນັກຂ່າວສານປະເທດລາວລາຍງານ 22 ສິງຫາ 2017 ວ່າ: ລັດຖະບານໄດ້ມອບໝາຍໃຫ້ ກະຊວງໂຍທາທິການ ແລະ ຂົນສົ່ງຮີບຮ້ອນດຳເນີນການຄິດໄລ່ລາຄາຫົວໜ່ວຍຄ່າຊົດເຊີຍສິ່ງກີດຂວາງ ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ເປັນຕົ້ນແມ່ນປະເພດທີ່ດິນ, ຜົນລະປູກ ແລະ ສິ່ງປຸກສ້າງເຊິ່ງມີປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການຈຳນວນ 4,411 ຄອບຄົວ, ໃນ 13 ເມືອງຂອງ 5 ແຂວງຄື: ແຂວງຫຼວງນ້ຳທາ, ອຸດົມໄຊ, ຫຼວງພະບາງ, ວຽງຈັນ ແລະ ນະຄອນຫຼວງວຽງຈັນ, ລວມມີ 242 ລາຍການ. ໃນນັ້ນ, ມີເນື້ອທີ່ດິນຈຳນວນ 3,832 ເຮັດຕາ, ສິ່ງປຸກສ້າງ 3,346 ຫຼັງ, ຕົ້ນໄມ້ປະເພດຕ່າງໆເກືອບ 500,000 ຕົ້ນ ແລະ ເປັນໄມ້ກິນໝາກຫຼາຍກວ່າ 400,000 ຕົ້ນ.

ຜົນການສັງລວມ ແລະ ຄິດໄລ່ລາຄາຫົວໜ່ວຍການຊົດເຊີຍເບື້ອງຕົ້ນສະເພາະແຂວງຫຼວງນ້ຳທາ, ອຸດົມໄຊ ແລະ ຫຼວງພະບາງ, ປະເພດດິນນາໃນຕົວເມືອງທີ່ຕິດຖະໜົນສາຍເອກ, ຕິດທາງຊອຍ ແລະ ດິນບໍ່ມີເສັ້ນທາງຈະໄດ້ຄ່າຊົດເຊີຍແຕ່ 11,000-80,000 ກີບ/ຕາແມັດ; ດິນເຂດຊານເມືອງ ຕິດທາງຫຼວງແຫ່ງຊາດ, ຕິດກັບທາງຫຼວງແຂວງ ແລະ ດິນບໍ່ມີເສັ້ນທາງ 16,000-40,000 ກີບ/ຕາແມັດ; ດິນເຂດຊົນນະບົດ ຕິດທາງ ແລະ ບໍ່ຕິດທາງ 11,000-15,000 ກີບ/ຕາແມັດ. ສ່ວນແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ ປະເພດດິນນາໃນຕົວເມືອງທີ່ຕິດຖະໜົນສາຍເອກ, ຕິດທາງຊອຍ ແລະ ດິນບໍ່ມີເສັ້ນທາງ ຈະໄດ້ຄ່າຊົດເຊີຍແຕ່ 20,000-30,000 ກີບ/ຕາແມັດ, ດິນເຂດຊານເມືອງ ຕິດທາງຫຼວງແຫ່ງຊາດ, ຕິດກັບທາງຫຼວງແຂວງ ແລະ ດິນບໍ່ມີເສັ້ນທາງ 15,000-25,000 ກີບ/ຕາແມັດ, ແຕ່ສຳລັບເມືອງໄຊທານີ 55,000-107,000 ກີບ/ຕາແມັດ ແລະ ເມືອງນາຊາຍທອງ 50,000-137,000 ກີບ/ຕາແມັດ; ສ່ວນດິນເຂດຊົນນະບົດ ຕິດທາງ ແລະ ບໍ່ຕິດທາງແຂວງວຽງຈັນຈະໄດ້ 10,000-15,000 ກີບ/ຕາແມັດ ແລະ ເມືອງນາຊາຍທອງ 35,000-60,000 ກີບ/ຕາແມັດ.

ປະເພດດິນສວນ ທີ່ຕັ້ງຢູ່ໃນລັກສະນະດຽວກັນແຂວງຫຼວງນ້ຳທາ, ອຸດົມໄຊ ແລະ ຫຼວງພະບາງ ສະເພາະເຂດຕົວເມືອງ 10,000-80,000 ກີບ/ຕາແມັດ; ຊານເມືອງ 4,000-40,000/ຕາແມັດ; ຊົນນະບົດ 8,000-15,000 ກີບ/ຕາແມັດ. ຂະນະທີ່ແຂວງວຽງຈັນ ປະເພດດິນໃນຕົວເມືອງ 10,000-25,000/ຕາແມັດ ແລະ ນະຄອນຫຼວງວຽງຈັນ 80,000-150,000 ກີບ/ຕາແມັດ; ເຂດຊານເມືອງ 35,000-262,000 ກີບ/ຕາແມັດ; ເຂດຊົນນະບົດແຂວງວຽງຈັນ 3,000-18,000 ກີບ/ຕາແມັດ, ນະຄອນຫຼວງວຽງຈັນ 25,000-50,000 ກີບ/ຕາແມັດ.

ສະເພາະດິນປຸກສ້າງ 3 ແຂວງພາກເນືອເຂດຕົວເມືອງ 150,000-500,000 ກີບ/ຕາແມັດ; ຊານເມືອງ 75,000-300,000 ກີບ/ຕາແມັດ, ເຂດຊົນນະບົດ 10,000-80,000 ກີບ/ຕາແມັດ; ແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ ເຂດຕົວເມືອງ 150,000-3,000,000 ກີບ/ຕາແມັດ; ຊານເມືອງ 100,000-690,000 ກີບ/ຕາແມັດ, ເຂດຊົນນະບົດ 20,000-120,000 ກີບ/ຕາແມັດ. ສ່ວນການຊົດເຊີຍປະເພດສິ່ງປຸກສ້າງສະເພາະເຮືອນຕູບ ທີ່ເປັນໂຄງສ້າງໄມ້ ຝາໄມ້ປ່ອງ, ແອ້ມແປ້ນ, ມຸງຫຍ້າ, ສັງກະສີ ແລະ ກະເບື້ອງ ເຊິ່ງຕັ້ງຢູ່ໃນ 5 ແຂວງ ແມ່ນຈະໄດ້ 330,000-450,000 ກີບ/ຕາແມັດ; ເຮືອນຊັ້ນດຽວ ໂຄງສ້າງໄມ້, ຝາແປ້ນ, ກໍ່ດ້ວຍດິນຈີ່, ມຸງຫຍ້າ, ສັງກະສີ ແລະ ກະເບື້ອງ-ຊີແພັກ ຈະໄດ້ 400,000-3,500,000 ກີບ/ຕາແມັດ; ເຮືອນ 2 ຊັ້ນ ປູ-ແອ້ມແປ້ນ, ຊັ້ນລຸ່ມກໍ່ດິນຈີ່, ມຸງກະເບື້ອງ, ສັງກະສີ-ຊີແພັກ ແລະ ເຮືອນກໍ່ທັງສອງຊັ້ນ ມຸງສັງກະສີ, ກະເບື້ອງ-ຊີແພັກ ຈະໄດ້ຮັບ 1,100,000-3,500,000 ກີບ/ຕາແມັດ.

ເຖິງຢ່າງໃດກໍ່ຕາມ, ຍັງໄດ້ຄິດໄລ່ຄ່າຊົດເຊີຍປະເພດໄມ້ອຸດສາຫະກຳ, ໄມ້ໃຫ້ໝາກ, ໄມ້ປ່ອງ ຕະຫຼອດເຖິງຜົນລະປູກຊະນິດຕ່າງໆຕາມຄວາມເໝາະສົມ ເຊິ່ງການຊົດເຊີຍທັງໝົດ ຈະໄດ້ຮັບການຈັດຕັ້ງປະຕິບັດຫຼັງຈາກລັດຖະບານພິຈາລະຈາ ແລະ ອະນຸມັດແຜນການຄິດໄລ່ນີ້ ໃນເວລາອັນຄວນ ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນ ທີ່ຖືກຜົນກະທົບໄດ້ມີຊີວິດການເປັນຢູ່ທີ່ດີຂຶ້ນກວ່າເກົ່າ. ໂຄງການນີ້ມີລວງຍາວທັງໝົດ 400 ກວ່າກິໂລແມັດ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ເດືອນເມສາ 2016 ຄາດຄະເນຈະໃຫ້ສຳເລັດພາຍໃນປີ 2021 ດ້ວຍມູນຄ່າການລົງທຶນ 6 ຕື້ກວ່າໂດລາສະຫະລັດ.

No comments

Powered by Blogger.