ປ.ທຣຳ ສັ່ງເດີນໜ້າແຜນສົງຄາມໃນອາຟະການິດສະຖານ - ອິດສະຫຼະ

ປ.ທຣຳ ສັ່ງເດີນໜ້າແຜນສົງຄາມໃນອາຟະການິດສະຖານ



ສຳນັກຂ່າວຕ່າງປະເທດລາຍງານ 21 ສິງຫາ 2017 ວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດອາເມຣິກາ ກ່າວຖະແຫຼງຕໍ່ທະຫານທີ່ຖານທັບຟອດ ໄມເອີ ເມື່ອວັນຈັນທີ່ຜ່ານມາວ່າ: ສະຫະລັດຈະຢືນຄຽງຂ້າງອາຟະການິດສະຖານ ໃນການປ້ອງກັນບໍ່ໃຫ້ກຸ່ມຕາລີບັນກັບມາມີອຳນາດອີກ ເຖິງແມ່ນວ່າການໃຊ້ມາດຕະການທາງການທະຫານບໍ່ແມ່ນແນວທາງຂອງການສ້າງສັນຕິພາບທີ່ຍືນຍົງໃນອາຟະການິດສະຖານ ແຕ່ໂດຍສ່ວນຕົວຂ້າພະເຈົ້າເຊື່ອວ່າຈະເປັນວິທີທີ່ນຳໄປສູ່ການຕັ້ງເງື່ອນໄຂຂອງຂະບວນການທາງການເມືອງ ເພື່ອນຳໄປສູ່ການສ້າງສັນຕິພາບໃນທີ່ສຸດ ແລະ ກຸ່ມຕາລີບັນສາມາດເຂົ້າມາມີສ່ວນຮ່ວມໃນຂະບວນການນີ້ໄດ້ ແຕ່ບໍ່ແນ່ໃຈວ່າຈະມີໂອກາດເກີດຂຶ້ນຫຼືບໍ່.

ຂະນະດຽວກັນຜູ້ນຳ ສ.ອາເມຣິກາ ກ່າວວ່າ ທະຫານ ສ.ອາເມຣິກາ ຈະສູ້ຈົນກວ່າຈະຊະນະ ໃນສະໜາມຮົບອາຟະການິດສະຖານ ສ.ອາເມຣິກາຈະບໍ່ອົດທົນຕໍ່ປະເທດທີ່ເປັນແຫຼ່ງລີ້ຊ້ອນໃຫ້ກັບຜູ້ກໍ່ການຮ້າຍອີກຕໍ່ໄປ, ເຊິ່ງເປັນການສົ່ງສັນຍານເຖິງການຂະຫຍາຍຂອບເຂດແຜນຍຸດທະສາດທາງການທະຫານໃນອາຟະການິດສະຖານ ນອກຈາກນີ້ທ່ານ ທຣຳ ຍັງກ່າວອີກວ່າ ເມື່ອກ່ອນນັ້ນຕ້ອງການທີ່ຈະຖອນທະຫານອາເມຣິກາທີ່ເຫຼືອຢູ່ອອກຈາກອາຟະການິດສະຖານ ແຕ່ໄດ້ທົບທວນແນວຄິດນັ້ນອີກຄັ້ງ ເນື່ອງຈາກບໍ່ຕ້ອງການໃຫ້ເກີດປະຫວັດສາດຊໍ້າຮອດດັ່ງເຊັ່ນທີ່ເຄີຍເກີດຂຶ້ນໃນອິຣັກ.


ເຖິງແມ່ນວ່າທ່ານ ທຣຳ ບໍ່ໄດ້ກ່າວຢ່າງຊັດເຈນວ່າຈະເພີ່ມຈຳນວນທະຫານໃນອາຟະການິດສະຖານອີກເທົ່າໃດ ແຕ່ ພົນເອກ ເຈມ ແມັດທິສ ລັດຖະມົນຕີກະຊວງປ້ອງກັນປະເທດ ສ.ອາເມຣິກາ ກ່າວວ່າ ປະມານ 4,000 ຄົນ ແລະ ໄດ້ມອບໝາຍໃຫ້ ພົນເອກ ໂຈເຊັບ ດັນຟອດ ປະທານຄະນະເສນາທິການທະຫານຮ່ວມ ກຽມປະຕິບັດຕາມຄຳສັ່ງຂອງປະທານປະເທດແລ້ວ ແລະ ຈະມີການປຶກສາຫາລືກັບອົງການສົນທິສັນຍາອາກລັງຕິກເໜືອ (NATO) ອີກຄັ້ງ ໂດຍປັດຈຸບັນ ສ.ອາເມຣິກາ ມີທະຫານຢູ່ອາຟະການິດສະຖານປະມານ 8,400 ຄົນ ແລະ ນາໂຕມີທະຫານຢູ່ປະມານ 5,000 ຄົນ.

ເຖິງຢ່າງໃດກໍ່ຕາມ ກຸ່ມຕາລີບັນອອກຖະແຫຼງການເມື່ອອາທິດທີ່ຜ່ານມາເຕືອນທ່ານ ທຣຳ ວ່າ: ການສົ່ງທະຫານເຂົ້າມາອີກຈະຍິ່ງເຮັດໃຫ້ ສ. ອາເມຣິກາຈົມລົງໃນວົງວຽນຂອງສົງຄາມທີ່ບໍ່ມີມື້ຊະນະ ເຊິ່ງ ສ.ອາເມຣິກາ ແລະ ກອງກຳລັງປະສົມຂອງ NATO ສົ່ງທະຫານເຂົ້າໄປໃນອາຟະການິດສະຖານລວມກັນປະມານ 100,000 ຄົນ ເມື່ອຕົ້ນເດືອນຕຸລາ 2001 ຫຼື 1 ເດືອນຫຼັງຈາກເກີດເຫດໂສກອະນາດຕະກຳ 9/11 (ຂີ່ຍົນຕຳຕຶກໃນ ສ.ອາເມຣິກາ) ເພື່ອເຮັດສົງຄາມລົ້ມອຳນາດລັດຖະບານຕາລີບັນ ແລະ ຖອນທະຫານອອກເກືອບທັງໝົດເມື່ອທ້າຍປີ 2011.


No comments

Powered by Blogger.