ປະຊາຊົນອາເມຣິກາຕື່ນຕາຕື່ນໃຈກັບປາກົດການສຸລິຍະຄາດ ຄັ້ງທຳອິດໃນຮອບ 99 ປີ - ອິດສະຫຼະ

ປະຊາຊົນອາເມຣິກາຕື່ນຕາຕື່ນໃຈກັບປາກົດການສຸລິຍະຄາດ ຄັ້ງທຳອິດໃນຮອບ 99 ປີ



ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 21 ສິງຫາ 2017 ທີ່ຜ່ານມາວ່າ: ປະຊາຊົນປະມານ 12 ລ້ານຄົນ ໃນອາເມຣິກາເໜືອໃຫ້ຄວາມສົນໃຈກັບການຊົມປາກົດການສຸລິຍະຄາດເຕັມດວງ ທີ່ເກີດຂຶ້ນເປັນຄັ້ງທຳອິດນັບຕັ້ງແຕ່ເມື່ອວັນທີ 8 ມິຖຸນາ 1918 ຫຼື ເມື່ອ 99 ປີທີ່ຜ່ານມາ ເຊິ່ງເລີ່ມການເຂົ້າສູ່ວົງໂຄຈອນເຕັມດວງທີ່ລັດອໍຣິກອນ ເມື່ອວເລາ 10:15 ໂມງ ຕາມເວລາທ້ອງຖິ່ນ ໂດຍສາມາດເບິ່ງເຫັນໄດ້ພາຍໃນລັດສະໝີ 113 ກິໂລແມັດ ຄວບຄຸມ 14 ລັດຂອງສະຫະລັດອາເມຣິກາ ລວມເວລາຂອງການເກີດປາກົດການສຸລິຍະຄາດຄັ້ງນີ້ປະມານ 90 ນາທີ.






No comments

Powered by Blogger.