ກະຊວງອຸດສາຫະກຳ ແລະ ການຄ້າອອກຂໍ້ຕົກລົງວ່າດ້ວຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ແຫ່ງຊາດ - ອິດສະຫຼະ

ກະຊວງອຸດສາຫະກຳ ແລະ ການຄ້າອອກຂໍ້ຕົກລົງວ່າດ້ວຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ແຫ່ງຊາດ



ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກຂໍ້ຕົກລົງວ່າດ້ວຍສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ແຫ່ງຊາດ ເລກທີ 1225/ອຄ.ກສຄ ລົງວັນທີ 01 ສິງຫາ 2017 ເພື່ອກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄັດເລືອກນຳໃຊ້ ແລະ ຂັ້ນຕອນການຂໍອະນຸຍາດນຳໃຊ້ກາໝາຍສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ແຫ່ງຊາດ ເພື່ອເປັນບ່ອນອີງໃນການຄົ້ນຄວ້າພິຈາລະນາ, ຄັດເລືອກປະເພດສິນຄ້າ ແລະ ຮູບແບບການບໍລິການໃນເມືອງໃດໜຶ່ງທີ່ໄດ້ຄຸນນະພາບ ແລະ ເປັນເອກະລັກສະເພາະໃນການອະນຸຍາດໃຫ້ນຳໃຊ້ກາໝາຍສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ແຫ່ງຊາດ ແນໃສ່ສົ່ງເສີມຊຸກຍູ້ຂະບວນການຜະລິດເປັນສິນຄ້າ ຢູ່ຂັ້ນເມືອງ ແລະ ບ້ານໃຫ້ຟົດຟື້ນ ແລະ ຫຼາກຫຼາຍ ພ້ອມທັງປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ຜະລິດ ແລະ ຜູ້ຊົມໃຊ້ ປະກອບສ່ວນແກ່ການພັດທະນາເສດຖະກິດຂອງຊາດໃຫ້ເຕີບໃຫຍ່ເຂັ້ມແຂງ.

ສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ແຫ່ງຊາດ ແມ່ນຜະລິດຕະພັນທີ່ນຳໃຊ້ສີມີແຮງງານ, ພູມປັນຍາ, ຫົວຄິດປະດິດສ້າງ ແລະ ຊັບພະຍາກອນພາຍໃນທ້ອງຖິ່ນ ເປັນເອກະລັກຂອງທ້ອງຖິ່ນນັ້ນ ເຊິ່ງປະກອບມີຜະລິດຕະພັນສິນຄ້າ ແລະ ຮູບແບບການບໍລິການ ທີ່ມີມູນເຊື້ອ ແລະ ເປັນມໍລະດົກຕົກທອດກັນມາ ໂດຍຖືເປັນຊັບສິນທາງປັນຍາຂອງຜູ້ຜະລິດຄິດແຕ່ງ: ຂຽນຫຍໍ້ເປັນພາສາລາວ "ໂອດອບ ແຫ່ງຊາດ" ຂຽນເປັນພາສາສາກົນ "One District One Product" ຂຽນຫຍໍ້ "ODOP".

ເຊິ່ງລາຍລະອຽດຂອງຂໍ້ຕົກລົງສາມາດດາວໂຫຼດໄດ້ທີ່ນີ້: ຂໍ້ຕົກລົງວ່າດ້ວຍສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ແຫ່ງຊາດ



No comments

Powered by Blogger.