ສອງນັກມວຍລາວ ຜ່ານເຂົ້າຮອບຊີງຫຼຽນເງິນ ໃນກີລາຊີເກມ ຄັ້ງທີ 29 ທີ່ປະເທດມາເລເຊຍ - ອິດສະຫຼະ

ສອງນັກມວຍລາວ ຜ່ານເຂົ້າຮອບຊີງຫຼຽນເງິນ ໃນກີລາຊີເກມ ຄັ້ງທີ 29 ທີ່ປະເທດມາເລເຊຍ



ພາຍຫຼັງທີ່ທັງສອງນັກມວຍສາມາດເອົາຊະນະຄູ່ຕໍ່ສູ້ໄດ້ໃນຮອບຜ່ານມາ ເຮັດໃຫ້ສາມາດຜ່ານເຂົ້າຮອບຊີງຫຼຽນເງິນ, ໂດຍ ບຸນປອນ ລາຊະວົງສີ ລຸ້ນ 42 ກິໂລ ເອົາຊະນະນັກມວຍຈາກມຽນມາ ແລະ ໃນຮອບຊີງຫຼຽນເງິນຈະພົບກັບນັກມວຍຈາກປະເທດເຈົ້າພາບມາເລເຊຍ, ສ່ວນ ຈັນສະໝອນ ວິໄລສັກ ລຸ້ນ 56 ກິໂລ ເອົາຊະນະນັກມວຍຈາກຕີມໍ ແລັດສະເຕ ແລະ ໃນຮອບຊີງຫຼຽນເງິນຈະພົບກັບນັກມວຍຈາກປະເທດໄທ, ເຊິ່ງການແຂ່ງຂັນໃນຮອບຊີງຫຼຽນເງິນແມ່ນຈະຂຶ້ນຊົກໃນມື້ນີ້ທັງຄູ່ (22/08/2017) ໂດຍການແຂ່ງຂັນຈະເລີ່ມໃນເວລາ 15:00 ໂມງ ເປັນຕົ້ນໄປ.


No comments

Powered by Blogger.