ອຸດອນ ຂັນໄຊ ນັກມວຍລາວ ເສຍໃຫ້ນັກມວຍຈາກສິງກະໂປ ໃນຮອບຊີງຫຼຽນທອງ - ອິດສະຫຼະ

ອຸດອນ ຂັນໄຊ ນັກມວຍລາວ ເສຍໃຫ້ນັກມວຍຈາກສິງກະໂປ ໃນຮອບຊີງຫຼຽນທອງ



ອຸດອນ ຂັນໄຊ ນັກມວຍລຸ້ນ 64 ກິໂລ ຂຶ້ນຊົກກັບນັກມວຍສິງກະໂປ ໃນການແຂ່ງຂັນກີລາຊີເກມ ຄັ້ງທີ 29 ທີ່ປະເທດມາເລເຊຍ ໃນຮອບຊີງຫຼຽນທອງ ຜົນການແຂ່ງຂັນປາກົດວ່ານັກມວຍຈາກສິງກະໂປເອົາຊະນະ ອຸດອນ ຂັນໄຊ ເຮັດໃຫ້ທີມລາວພາດໄປອີກໜຶ່ງຫຼຽນໃນການແຂ່ງຂັນຄັ້ງນີ້, ແຕ່ກໍ່ຂໍເປັນກຳລັງໃຈໃຫ້ກັບນັກກີລາລາວທຸກຄົນ ສູ້ຕໍ່ໄປ.


ເຊິ່ງທີມນັກມວຍລາວໃນຕອນນີ້ມີ 2 ຫຼຽນທອງຢູ່ໃນມືແລ້ວ ໂດຍໃນມື້ອື່ນນີ້ (22/08/2017) ຈະຂຶ້ນຊົກຊີງຫຼຽນເງິນໃນ 2 ລຸ້ນ
- ຈັນສະໝອນ ວິໄລສັກ ລຸ້ນ 56 ກິໂລ ພົບກັບ ນັກມວຍຈາກປະເທດໄທ
- ບຸນປອນ ລາຊະວົງສີ ລຸ້ນ 42 ກິໂລ ພົບກັບ ນັກມວຍປະເທດເຈົ້າພາບ ມາເລເຊຍ.









No comments

Powered by Blogger.