ທ່ານນາຍົກລັດຖະມົນຕີ ພ້ອມຄະນະ ລົງເຄື່ອນໄຫວວຽກງານ ແລະ ຢ້ຽມຢາມ 4 ແຂວງພາກໃຕ້ - ອິດສະຫຼະ

ທ່ານນາຍົກລັດຖະມົນຕີ ພ້ອມຄະນະ ລົງເຄື່ອນໄຫວວຽກງານ ແລະ ຢ້ຽມຢາມ 4 ແຂວງພາກໃຕ້



ໃນລະຫວ່າງວັນທີ 19-21 ສິງຫາ 2017, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ເດີນທາງຢ້ຽມຢາມ 4 ແຂວງພາກໃຕ້ ຄື: ແຂວງຈຳປາສັກ, ແຂວງອັດຕະປື, ແຂວງເຊກອງ ແລະ ແຂວງສາລະວັນ ເພື່ອຮັບຟັງລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການຈຸດສຸມ ໃນ 6 ເດືອນທ້າຍປີ.

ໃນໂອກາດດັ່ງກ່າວທ່ານນາຍົກລັດຖະມົນຕີ ຍັງໄດ້ໃຫ້ກຽດໂອ້ລົມ ຕໍ່ພະນັງານການນຳຕະຫຼອດຮອດບັນດາພະນັກງານຫຼັກແຫຼ່ງຂອງແຂວງ ທີ່ໄດ້ເຂົ້າມາຮ່ວມຮັບຟັງການໂອ້ລົມໃນຄັ້ງນີ້ ໂດຍທ່ານໄດ້ແໜ້ນໜັກຊີ້ນຳກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ໃນ 6 ເດືອນທ້າຍປີ ເປັນຕົ້ນແມ່ນການເກັບລາຍຮັບງົບປະມານ-ການຄຸ້ມຄອງລາຍຈ່າຍ-ອັດການຮົ່ວໄຫຼບໍ່ໃຫ້ງົບປະມານຕົກເຮ່ຍເສຍຫາຍ ໃຫ້ໄປຕາມແຜນການ, ການເບິກຈ່າຍເງິນເດືອນໃຫ້ແກ່ພະນັກງານກໍ່ໃຫ້ທັນກັບກຳນົດເວລາ ແລະ ເປັນປົກກະຕິ, ຄົ້ນຄວ້ານຳໃຊ້ທ່າແຮງບົ່ມຊ້ອນຂອງແຂວງທີ່ມີຢູ່ ເພື່ອຊຸກຍູ້ໃຫ້ປະຊາຊົນທຳການຜະລິດແກ້ໄຂຊີວິດການເປັນຢູ່ ກໍ່ຄືແກ້ໄຂຄວາມທຸກຢາກຂອງປະຊາຊົນ ໃຫ້ຄ່ອຍໆໝົດໄປ, ເອົາໃຈໃສ່ດຶງດູດການລົງທຶນຈາກຕ່າງປະເທດ ເພື່ອເຂົ້າມາລົງທຶນໃນດ້ານຕ່າງໆ ໃຫ້ຫຼາຍຂຶ້ນ ແລະ ສ້າງສີມືແຮງງານໃຫ້ມີຄຸນນະພາບ ແລະ ທຽບເທົ່າກັບສາກົນ, ລົງໃກ້ຊິດຕິດແທດກັບຮາກຖານພໍ່ແມ່ປະຊາຊົນ ປະຕິບັດຕາມທິດ 3 ສ້າງ.


ເຊິ່ງທ່ານໄດ້ແໜ້ນໜັກບາງຈຸດ ຄື : ສືບຕໍ່ຮັກສາ ແລະ ເສີມຂະຫຍາຍມູນເຊື້ອປະຕິວັດ, ຄວາມເສຍສະຫລະ ແລະ ຄວາມພິລະອາດຫານ, ຄວາມສາມັກຄີອັນແໜ້ນແກ່ນ ແລະ ການປະກອບສ່ວນຂອງ ປະຊາຊົົນພາຍໃນແຂວງ ເຂົ້າໃນພາລະກິດປະຕິວັດ ກໍ່ຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ເອົາໃຈໃສ່ ວຽກງານປັບປຸງກໍ່ສ້າງພັກໃຫ້ໜັກແໜ້ນເຂັ້ມແຂງ (ຄະນະພັກ-ຄະນະນຳ, ພະນັກງານສະມາຊິກພັກ ຕ້ອງເປັນຫຼັກແຫຼ່ງ, ເປັນແບບຢ່າງນໍາໜ້າຮອບດ້ານ ບໍ່ວ່າຈະແມ່ນດ້ານຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວ, ດ້ານຄວາມຕັດສິນໃຈກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບ, ດ້ານແບບແຜນວິທີເຮັດວຽກ ດ້ານການປະຕິບັດຫຼັກການລວມສູນປະຊາທິປະໄຕ, ການມີຄວາມໂປ່ງໃສ ແລະ ອື່ນໆ); ເອົາໃຈໃສ່ວຽກງານສ້າງພະນັກງານ ເຊິ່ງຍາມໃດລັດຖະບານ ຍາມໃດກໍ່ໃຫ້ຄວາມສຳຄັນ ຕໍ່ການພັດທະນາຊັບພະຍາກອນມະນຸດ  ບົດຮຽນຂອງສາກົນ ທີ່ປະສົບຜົນສຳເລັດ ບໍ່ວ່າປະເທດໃດ ກໍລ້ວນແຕ່ຢັ້ງຢືນວ່າ ຄົນເປັນປັດໄຈຕັດສິນຜົນສຳເລັດຂອງການພັດທະນາ; ຄົ້ນຄວ້ານຳໃຊ້ ແລະ ເສີມຂະຫຍາຍ ທ່າແຮງບົ່ມຊ້ອນຂອງແຂວງ ໃຫ້ມີປະສິດທິຜົນເພື່ອການພັດທະນາ.


ຕ້ອງຮູ້ວ່າທ່າແຮງທາງດ້ານກະສິກໍາ, ອຸດສາຫະກໍາ, ທ່ອງທ່ຽວ, ພູມປັນຍາແຕ່ລະທ້ອງຖິ່ນມີຫຍັງ, ຈະໝູນໃຊ້ ແລະ ເສີມຂະຫຍາຍແນວໃດ, ຕ້ອງມີແຜນລະອຽດ ຈຶ່ງຈະສາມາດເຮັດໄດ້ຢ່າງມີປະສິດທິຜົນ; ເປັນເຈົ້າການຊຸກຍູ້ ແລະ ຊ່ວຍເຫຼືອ ພາກທຸລະກິດ, ຜູ້ປະກອບການ ແລະ ຜູ້ເຮັດການຜະລິດ ເພື່ອໃຫ້ສາມາດເຄື່ອນໄຫວຜະລິດທຸລະກິດ ຢ່າງມີປະສິດທິຜົນ; ສ້າງສະພາບແວດລ້ອມ ແລະ ເງື່ອນໄຂ ເພື່ອຍາດແຍ່ງເອົາການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ຊຸກຍູ້ໃຫ້ປະຊາຊົນ, ຜູ້ປະກອບການ ແລະ ຜູ້ເຮັດການຜະລິດ ທັງຈາກພາຍໃນ ແລະ ຕ່າງປະເທດເຮັດແທ້ທຳຈິງ; ຫັນລົງກໍ່ສ້າງຮາກຖານການເມືອງ ໃຫ້ໜັກແໜ້ນ, ນໍາພາປະຊາຊົນ ຮູ້ເຮັດການຜະລິດ ເປັນສິນຄ້າ ແລະ ສ້າງເປັນຄອບຄົວຕົວແບບ; ສືບຕໍ່ສູ້ຊົນ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2017 ໃຫ້ໄປຕາມແຜນການ ແລະ ຈັດເກັບລາຍຮັບ ໃຫ້ໄດ້ຕາມຄາດໝາຍ (ເກີນແຜນຍິ່ງດີ); ສືບຕໍ່ເອົາໃຈໃສ່ປະຕິບັດ ຄໍາສັ່ງເລກທີ 15/ນຍ ຢ່າງເຄັ່ງຄັດ, ເດັດຂາດ ບໍ່ໃຫ້ມີການລັກລອບ ແລະ ຝ່າຝືນ. ພ້ອມທັງໃຊ້ມາດຕະການເດັດຂາດຕໍ່ຜູ້ທີ່ລະເມີດ.ເອົາໃຈໃສ່ການຄຸ້ມຄອງນຳໃຊ້ງົບປະມານໃຫ້ຖືກເປົ້າໝາຍ ແລະ ມີປະສິດທິຜົນ.


ປະຢັດມັດທະຍັດ ຕາມຕາມຄໍາສັ່ງ 09/ນຍ ວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດ; ເອົາໃຈໃສ່ປະຕິບັດນະໂຍບາຍຕໍ່ພະນັກງານອາວຸໂສບໍານານ, ທະຫານ, ຕຳຫຼວດ ແລະ ພະນັກງານລັດຖະກອນ ຜູ້ທີ່ມີຄຸນງາມຄວາມດີໃຫ້ແທດເຖິງ ໂດຍສະເພາະແມ່ນການເບີກຈ່າຍເງິນເດືອນໃຫ້ໄດ້ທຸກເດືອນ ແລະ ທ່ວງທັນເວລາ; ຂໍໃຫ້ພະນັກງານພະນັກງານທະຫານ-ຕຳຫຼວດ ຈົ່ງພ້ອມພາກັນສຶບຕໍ່ປະຕິປັດໜ້າທີ່ເປັນແຂນຂວາຂອງພັກ-ລັດ, ຕັ້ງໜ້າປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ແລະ ເປັນເຈົ້າການສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໃນສັງຄົມ.

ນອກຈາກນັ້ນກໍ່ຍັງໄດ້ໄປຢ້ຽມຢາມພື້ນຖານການຜະລິດຈຳນວນໜຶ່ງ ຂອງແຂວງ ແລະ ຖືໂອກາດຢ້ຽມຢາມກອງພົນທີ່ 5 ທີ່ຕັ້ງຢູ່ແຂວງຈຳປາສັກ ເພື່ອຢື້ຢາມຖາມຂ່າວ, ຖາມຄວາມທຸກ-ສຸກ ແລະ ຊີວິດການເປັນຢູ່ ຂອງບັນດານາຍ ແລະ ພົນທະຫານ, ພ້ອມນັ້ນກໍ່ຍັງໄດ້ໃຫ້ກຽດໂອ້ລົມຕໍ່ຄະນະພັກ-ຄະນະບັນຊາ ຂອງກອງພົນທີ 5 ອີກດ້ວຍ.

No comments

Powered by Blogger.