ກົມອຸຕຸເຕືອນ...! ອິດທິພົນພາຍຸ ຮາໂຕະ ຈະເຮັດໃຫ້ 8 ແຂວງພາກເໜືອ ແລະ ກາງມີຝົນຕົກໝັກ - ອິດສະຫຼະ

ກົມອຸຕຸເຕືອນ...! ອິດທິພົນພາຍຸ ຮາໂຕະ ຈະເຮັດໃຫ້ 8 ແຂວງພາກເໜືອ ແລະ ກາງມີຝົນຕົກໝັກ



ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກລາຍງານສະພາບອາກາດ ສະລັບເລກທີ 0814/ກອຕທ ລົງວັນທີ 22 ສິງຫາ 2017 ໂດຍລາຍງານສະບັບດັ່ງກ່າວມີຄຳເຕືອນໃຫ້ເຝົ້າລະວັງ ເນື່ອງຈາກວ່າ ພາຍຸໝຸນເຂດຮ້ອນ ຮາໂຕະ (Hato) ຫົວທີ 13 ຈະເຄື່ອນທີ່ຜ່ານພາກໃຕ້ຂອງປະເທດຈີນໃນໄລຍະວັນທີ 23-26 ສິງຫາ 2017 ນີ້ ແລະ ວົງລັດສະໝີຈະກວມໃກ້ເຂດພາກເໜືອສຸດຂອງລາວ ພ້ອມດຽວກັນກະແສລົມມໍລະສຸມຕາເວັນຕົກສຽງໃຕ້ຈະມີກຳລັງແຮງເພີ່ມຂຶ້ນພັດປົກຄຸມ, ເຊິ່ງຈະເຮັດໃຫ້ມີຝົນຕົກໜັກ ແລະ ລົມພັດແຮງຢູ່ບັນດາແຂວງພາກເໜືອ ແລະ ບາງແຂວງພາກກາງເຊັ່ນ: ແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ, ໄຊສົມບູນ, ຫຼວງນ້ຳທາ, ອຸດົມໄຊ, ບໍ່ແກ້ວ ແລະ ຫຼວງພະບາງ.

ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ປະຊາຊົນ ແລະ ອຳນາດການປົກຄອງຈົ່ງມີສະຕິເຝົ້າລະວັງຕໍ່ສະພາບການດັ່ງກ່າວ ທີ່ອາດຈະເກີດຂຶ້ນໄດ້ ແລະ ຂໍໃຫ້ຕິດຕາມການລາຍງານສະພາບອາກາດ ແລະ ລະດັບນ້ຳຈາກກົມອຸຕິນິຍົມ ແລະ ອຸທົກກະສາດຢ່າງເປັນປະຈຳ.

No comments

Powered by Blogger.