(ວິດີໂອ) ລັດເຊຍໂຈມຕີຂະບວນລົດນັກຮົບ IS ໃນຊີຣີ ເສຍຊີວິດຫຼາຍກວ່າ 200 ຄົນ - ອິດສະຫຼະ

(ວິດີໂອ) ລັດເຊຍໂຈມຕີຂະບວນລົດນັກຮົບ IS ໃນຊີຣີ ເສຍຊີວິດຫຼາຍກວ່າ 200 ຄົນ



ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 21 ສິງຫາ 2017 ທີ່ຜ່ານມາວ່າ: ກະຊວງປ້ອງກັນປະເທດລັດເຊຍເຜີຍແຜ່ວິດີໂອການໂຈມຕີຂະບວນລົດບັນທຸກອາວຸດໜັກ ແລະ ນັກຮົບ IS ຈົນເຮັດໃຫ້ກອງກຳລັງກຸ່ມ IS ເສຍຊີວິດໄປຫຼາຍກວ່າ 200 ຄົນ.

ໂດຍນັກຮົບ IS ກຸ່ມນີ້ກຳລັງເດີນທາງໄປຍັງເມືອງເດີຍເອດເຊີ ເພື່ອຮ່ວມກຸ່ມ ແລະ ປັກຫຼັກປົກປ້ອງເຂດທີ່ໝັ້ນສຸດທ້າຍໃນຊີຣີ ເພາະທີ່ຜ່ານມາໄດ້ທີ່ເສຍໄຊໃນເສິກຢູ່ແຂວງຣັກກາໃຫ້ກັບທະຫານຊີຣີທີ່ສະໜັບສະໜູນໂດຍລັດເຊຍ.

ໃນດ້ານຂອງລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ ທ່ານ ເຊີເກ ຊອຍກູ ໄດ້ໃຫ້ຄວາມເຫັນວ່າ ຫາກກຸ່ມ IS ເສຍໄຊໃນເສິກທີ່ເດຍເອດເຊີອີກ ກໍ່ອາດຈະເປັນຈຸດຈົບຂອງການສະຖາປະນາລັດອິດສະລາມຂອງ IS ແລ້ວກໍ່ເປັນໄປໄດ້.


No comments

Powered by Blogger.