ປ.ທຣຳ ເຕືອນເກົາຫຼີເໜືອຮອບໃໝ່ ຖ້າໂຈມຕີ ສ.ອາເມຣິກາ ສິ່ງທີ່ຕາມມາຈະເໜືອຄວາມຄາດຄິດ - ອິດສະຫຼະ

ປ.ທຣຳ ເຕືອນເກົາຫຼີເໜືອຮອບໃໝ່ ຖ້າໂຈມຕີ ສ.ອາເມຣິກາ ສິ່ງທີ່ຕາມມາຈະເໜືອຄວາມຄາດຄິດ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 10 ສິງຫາ 2017 ທີ່ຜ່ານມາວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດອາເມຣິກາ ກ່າວເມື່ອວັນພະຫັດທີ່ຜ່ານມາວ່າ ການທີ່ທ່ານໄດ້ເຕືອນເກົາຫຼີເໜືອກ່ອນໜ້າທີ່ແລ້ວນັ້ນວ່າ ອາດຈະຕ້ອງໄດ້ຫຼິ້ນກັບ "ໄຟ ແລະ ຄວາມບ້າເລືອດ" ໃນແບບທີ່ບໍ່ເຄີຍເກີດຂຶ້ນມາກ່ອນໃນໂລກນີ້ ອາດເປັນຄຳເຕືອນທີ່ຍັງບໍ່ພຽງພໍສຳລັບອີກຝ່າຍ ເນື່ອງຈາກຫຼັງຈາກນັ້ນບໍ່ດົນເກົາຫຼີເໜືອກໍ່ໄດ້ຕອບໂຕ້ໂດຍການປະກາດກຽມພ້ອມແຜນການທາງການທະຫານພາຍໃນກາງເດືອນ ສິງຫາ ນີ້ ເພື່ອຍິງຂີປະນາວຸດຢ່າງໜ້ອຍ 4 ລູກໂຈມຕີເກາະກວມຂອງສະຫະລັດອາເມຣິກາ.

ທ່ານ ທຣຳ ກ່າວຕໍ່ໄປວ່າ ເກົາຫຼີເໜືອຕ້ອງຄິດໃຫ້ຮອບຄອບ ກ່ຽວກັບຜົນລັບທີ່ຈະຕາມມາ ຫາກຄິດທີ່ຈະໂຈມຕີແຜ່ນດິນຂອງສະຫະລັດອາເມຣິກາ ເນື່ອງຈາກສິ່ງທີ່ຈະເກີດຂຶ້ນກັບເກົາຫຼີເໜືອຕໍ່ຈາກນັ້ນຈະເປັນ ສິ່ງທີ່ເໜືອຄວາມຄາດໝາຍ ແລະ ທ່ານ ທຣຳ ຍັງໄດ້ວິຈານຈີນອີກຄັ້ງວ່າ ຄວນປະຕິບັດໃຫ້ຫຼາຍກວ່ານີ້ ໃນການໃຊ້ອິດທິພົນທາງການເມືອງກົດດັນໃຫ້ເກົາຫຼີເໜືອຢຸດຕິໂຄງການນິວເຄຼຍ ແລະ ຂີປະນາວຸດ.

ໃນຂະນະທີ່ທ່ານ ພົນເອກ ເຈມ ແມັດທິສ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດອາເມຣິກາກ່າວວ່າ ກອງທັບ ສ.ອາເມຣິກາ ທຸກເລົ່າທັບລວມທັງເຈົ້າໜ້າທີ່ປະມານ 6,000 ຄົນ ເຊິ່ງປະຈຳການຢູ່ຖານທັບແອນເດສັນ ເທິງເກາະກວມ ມີຄວາມພ້ອມຂັ້ນສູງສຸດໃນການຮັບມືກັບ ສະຖານະການບໍ່ຄາດຝັນ ທີ່ອາດເກີດຂຶ້ນຈາກການໂຈມຕີຂອງເກົາຫຼີເໜືອ ແຕ່ຢືນຢັນວ່າເໜືອສິ່ງອື່ນໃດ ສ.ອາເມຣິກາ ຍັງຄົງໃຫ້ຄວາມສຳຄັນກັບການແກ້ໄຂສະຖານະການຄວາມຂັດແຍ່ງກັບເກົາຫຼີເໜືອ ດ້ວຍວິທີການເຈລະຈາຕາມຫຼັກການທູດ.

ເຊິ່ງທີ່ຜ່ານມາເກົາຫຼີເໜືອໄດ້ທົດລອງຂີປະນາວຸດຂ້າມທະວີບ (ICBM) 2 ຄັ້ງເມື່ອເດືອນ ກໍລະກົດ ທີ່ຜ່ານມາ ເຖິງແມ່ນວ່າຄວາມແມ້ນຢຳຂອງຂີປະນາວຸດຍັງເປັນຄວາມຄ້າງຄາໃຈຂອງຫຼາຍຝ່າຍ ແຕ່ຜູ້ຊ່ຽວຊານວິເຄາະວ່າປະສິດທິພາບການທົດລອງ ICBM ໃນຄັ້ງທີ 2 ມີຄວາມກ້າວໜ້າກວ່າຄັ້ງທຳອິດ ໂດຍລັດສະໝີການຍິງອາດໄກເຖິງນິວຢອກ, ໃນດ້ານຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ກໍ່ໄດ້ມີມະຕິເປັນເອກະພາບອອກມາດຕະການຂວໍ້າບາດຕໍ່ເກົາຫຼີເໜືອເປັນຄັ້ງທີ 7 ນັບຕັ້ງແຕ່ປີ 2006 ເຊິ່ງມາດຕະການຄັ້ງຫຼ້າສຸດອາດສ້າງຄວາມສູນເສຍໃຫ້ແກ່ເສດຖະກິດຂອງເກົາຫຼີເໜືອຫຼາຍເຖິງປີລະ 1,000 ລ້ານໂດລາສະຫະລັດ.



No comments

Powered by Blogger.