ຈີນ ພ້ອມປົກປ້ອງເກົາຫຼີເໜືອ ຖ້າ ສ.ອາເມຣິກາ ເລີ່ມກ່ອນ - ອິດສະຫຼະ

ຈີນ ພ້ອມປົກປ້ອງເກົາຫຼີເໜືອ ຖ້າ ສ.ອາເມຣິກາ ເລີ່ມກ່ອນ




ສຳນັກຂ່າວຕ່າງປະເທດລາຍງານ 11 ສິງຫາ 2017 ວ່າ: ບົດບັນຍາທິການໃນໜັງສືພິມ The Global Times ປະຈຳວັນສຸກນີ້ ເຊິ່ງເປັນໜຶ່ງໃນກະບອກສຽງຂອງພັກຄອມມູນິດຈີນລະບຸວ່າ ລັດຖະບານຈີນບໍ່ສາມາດໂອ່ນອ່ຽງໃຫ້ສະຫະລັດອາເມຣິກາ ແລະ ເກົາຫຼີເໜືອຍອມຫຼຸດຜ່ອນທ່າທີຂົ່ມຂູ່ເຊິ່ງກັນ ແລະ ກັນໄດ້, ແຕ່ເຖິງຢ່າງໃດກໍ່ຕາມຫາກການກະທຳຂອງທັງສອງຝ່າຍເປັນອັນຕະລາຍຕໍ່ຜົນປະໂຫຍດຂອງຈີນ ລັດຖະບານຈີນຈະຕອບໂຕ້ຢ່າງເຖິງທີ່ສຸດ ພ້ອມທັງເຕືອນວ່າແຫຼມເກົາຫຼີເປັນໜຶ່ງໃນທີ່ຕັ້ງທາງຍຸດທະສາດທີ່ເປັນສູນກາງຂອງຜົນປະໂຫຍດດ້ານຄວາມໝັ້ນຄົງ ແລະ ບໍ່ສົມຄວນມີຝ່າຍໃດຝ່າຍໜຶ່ງຕັ້ງຕົນເປັນໃຫຍ່ພຽງຜູ້ດຽວ.

ນອກຈາກນີ້ ຫາກເກົາຫຼີເໜືອເປັນຝ່າຍຍິງຂີປະນາວຸດໂຈມຕີສະຫະລັດອາເມຣິກາກ່ອນ ແລະ ມີການຕອບໂຕ້ຈາກຝ່າຍກົງຂ້າມ ຈີນຈະວາງຕົວເປັນກາງ ແຕ່ໃນກໍລະນີທີ່ສະຫະລັດອາເມຣິກາ ແລະ ເກົາຫຼີໃຕ້ໃຊ້ກຳລັງທາງທະຫານກັບເກົາຫຼີເໜືອ ແລະ ພະຍາຍາມລົ້ມລ້າງອຳນາດລັດຂອງເກົາຫຼີເໜືອ ທີ່ຈະຕາມມາດ້ວຍການປ່ຽນແປງຮູບແບບການເມືອງຢູ່ແຫຼມເກົາຫຼີ ລັດຖະບານຈີນຈະຂັດຂວາງບໍ່ໃຫ້ເກີດຂຶ້ນ, ເພາະເກົາຫຼີເໜືອປຽບດັ່ງປະເທດດ່ານໜ້າຂອງຈີນທີ່ຂັ້ນເກົາຫຼີໃຕ້ໄວ້ ເຊິ່ງເປັນສະຖານທີ່ຕັ້ງຂອງຖານທັບສະຫະລັດອາເມຣິກາ, ຕະຫຼອດຮອດຍີ່ປຸ່ນທີ່ຢູ່ຫ່າງອອກໄປອີກຝາກໜຶ່ງຂອງທະເລ ໃນດ້ານສຳນັກຂ່າວ Xinhua ຂອງທາງການຈີນໄດ້ກ່າວເຕືອນຍີ່ປຸ່ນວ່າ ຢ່າໃຊ້ສະຖານະການຢູ່ແຫຼມເກົາຫຼີເປັນຂໍ້ອ້າງໃນການເສີມສ້າງກຳລັງທາງການທະຫານ.


ເຖິງຢ່າງໃດກໍ່ຕາມມີການວິເຄາະວ່າການທີ່ຈີນຍັງບໍ່ສະແດງທ່າທີຢ່າງເປີດເຜີຍຕໍ່ບັນຍາກາດຄວາມເຄັ່ງຕຶງຫຼ້າສຸດຢູ່ແຫຼມເກົາຫຼີໃນຄັ້ງນີ້ ເປັນເພາະລັດຖະບານຈີນມີເລື່ອງສຳຄັນກວ່າໃນຕອນນີ້ ນັ້ນຄືການກຽມຄວາມພ້ອມສຳລັບການປະຊຸມໃຫຍ່ຄະນະກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ໃນເດືອນຕຸລາ ນີ້, ນອກຈາກນີ້ຍັງມີສະຖານະການຄວາມຂັດແຍ່ງກັບອິນເດຍເລື່ອງເຂດແດນສາຍພູຫິມະໄລທີ່ກັບມາເຄັ່ງຕຶງອີກຄັ້ງ, ແຕ່ລາຍງານຫຼ້າສຸດຂອງ The Global Times ແລະ Xinhua ສະທ້ອນໃຫ້ເຫັນວ່າ ຈີນບໍ່ມີທາງປ່ອຍປະເກົາຫຼີເໜືອ ໂດຍຕິດຕາມສະຖານນະການແບບງຽບໆ ແລະ ພ້ອມທີ່ຈະສະແດງບົດບາດເມື່ອເຖິງຍາມຈຳເປັນ ເພາະເມື່ອວິເຄາະໃນອີກດ້ານໜຶ່ງຄວາມຂັດແຍ່ງຢູ່ແຫຼມເກົາຫຼີ ຄືຄວາມພະຍາຍາມຂອງສະຫະລັດອາເມຣິກາທີ່ຕ້ອງການດຶງຈີນເຂົ້າຮ່ວມວົງໃຫ້ໄດ້ຫຼາຍທີ່ສຸດ.

No comments

Powered by Blogger.