(ວິດີໂອ) ພາຍຸໄຕ້ຝຸ່ນ "ຮາໂຕະ" ພັດເຂົ້າເກາະຮອງກົງ ແລະ ເກາະມາເກົາຂອງຈີນ ຢ່າງຮຸນແຮງ - ອິດສະຫຼະ

(ວິດີໂອ) ພາຍຸໄຕ້ຝຸ່ນ "ຮາໂຕະ" ພັດເຂົ້າເກາະຮອງກົງ ແລະ ເກາະມາເກົາຂອງຈີນ ຢ່າງຮຸນແຮງ



ສຳນັກຂ່າວຕ່າງປະເທດລາຍງານ 23 ສິງຫາ 2017 ວ່າ: ພາຍຸໄຕ້ຝຸ່ນ ຮາໂຕະ ເຊິ່ງເປັນພາຍຸລູກທຳອິດໃນຮອບ 5 ປີ ທີ່ມີຄວາມຮຸນແຮງຢູ່ໃນລະດັບ "ສີແດງ" ຫຼື "ລະດັບ 10" ເຊິ່ງເປັນຂັ້ນສູງສຸດຕາມລະບົບການເຕືອນໄພຂອງສຳນັກງານອຸຕຸນິຍົມວິທະຍາຮອງກົງ ໂດຍພາຍຸ ຮາໂຕະ ໄດ້ເຄື່ອນຕົວພັດຜ່ານເກາະຮອງກົງໃນມື້ນີ້ ດ້ວຍຄວາມໄວຂອງກະແສລົມ 207 ກິໂລແມັດຕໍ່ຊົ່ວໂມງ ແລະ ຄວາມໄວລົມໃກ້ຈຸດສູນກາງ 126 ກິໂລແມັດຕໍ່ຊົ່ວໂມງ ສົ່ງຜົນໃຫ້ເກີດນ້ຳຖ້ວມກະທັນຫັນ ແລະ ລົມພັດແຮງ ເຮັດໃຫ້ຕ້ອງປິດຫ້ອງການລັດ, ໂຮງຮຽນ, ຕະຫຼາດຫຼັກຊັບ ແລະ ຮ້ານຄ້າເກືອບທຸກແຫ່ງປິດໃຫ້ບໍລິການ ແລະ ມີການຍົກເລີຍຖ້ຽວບິນກວ່າ 450 ຖ້ຽວບິນ.


ແລະ ອີກສະຖານທີ່ໜຶ່ງທີ່ພາຍຸໄຕ້ຝຸ່ນ ຮາໂຕະ ພັດຜ່ານໃນມື້ນີ້ຄືເກາະມາເກົາ ໂດຍມີລາຍງານພົບຜູ້ເສຍີວິດຢ່າງໜ້ອຍ 3 ຄົນ ຈາກອິດທິພົນຄວາມຮຸນແຮງຂອງໄຕ້ຝຸ່ນຮາໂຕະ.


No comments

Powered by Blogger.