ຜູ້ນຳເກົາຫຼີໃຕ້ ຮຽກຮ້ອງໃຫ້ທຸກຝ່າຍໃຈເຢັນ ເພາະບໍ່ຕ້ອງການໃຫ້ເກີດສົງຄາມຢູ່ແຫຼມເກົາຫຼີ - ອິດສະຫຼະ

ຜູ້ນຳເກົາຫຼີໃຕ້ ຮຽກຮ້ອງໃຫ້ທຸກຝ່າຍໃຈເຢັນ ເພາະບໍ່ຕ້ອງການໃຫ້ເກີດສົງຄາມຢູ່ແຫຼມເກົາຫຼີ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 14 ສິງຫາ 2017 ທີ່ຜ່ານມາວ່າ: ທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ຖະແຫຼງຮຽກຮ້ອງຂໍໃຫ້ທຸກຝ່າຍໃຈເຢັນ ແລະ ກ່າວວ່າບໍ່ຄວນມີສົງຄາມເກີດຂຶ້ນຢູ່ແຫຼມເກົາຫຼີອີກຄັ້ງ.

ທ່ານ ມູນ ກ່າວຕື່ມວ່າ: ສິ່ງສຳຄັນທີ່ສຸດສຳລັບເກົາຫຼີໃຕ້ຄື ສັນຕິພາບ ພວກເຮົາບໍ່ຕ້ອງການໃຫ້ມີສົງຄາມເກີດຂຶ້ນຢູ່ແຫຼມເກົາຫຼີອີກ ພາຍຫຼັງທີ່ຕ້ອງປະເຊີນໜ້າກັບຄວາມຂັດແຍ່ງມາແລ້ວໃນປີ 1950-1953 ທີ່ມາພ້ອມກັບຄວາມສູນເສຍຂອງຊີວິດນັບລ້ານ, ບ້ານເມືອງລົ້ມສະຫຼາຍ ແລະ ແຕກແຍກອອກເປັນ 2 ປະເທດ.

ຜູ້ນຳເກົາຫຼີໃຕ້ຍັງໄດ້ສະແດງຄວາມໝັ້ນໃຈວ່າ ສະຫະລັດອາເມຣິກາ ຈະຕອບສະໜອງຕໍ່ສະຖານະການດັ່ງກ່າວຢ່າງສຸຂຸມ ເພື່ອໃຫ້ເປັນໄປຕາມນະໂຍບາຍຮັກສາສັນຕິພາບຂອງເກົາຫຼີໃຕ້.

ໃນດ້ານຂອງທ່ານ ພົນເອກ ໂຈເຊບ ດັນຟອດ ປະທານເສນາທິການຮ່ວມກອງທັບສະຫະລັດອາເມຣິກາ ທີ່ເຂົ້າພົບທ່ານ ມູນ ກໍ່ເຫັນດີກົງກັນວ່າ ຈະຕ້ອງຫາທາງອອກເລື່ອງນີ້ຢ່າງສັນຕິວິທີ.


No comments

Powered by Blogger.