(ພາບ) ສົມເດັດຮຸນ ເຊນ ເຜີຍແຜ່ພາບບັນຍາກາດໃນໂຕະອາຫານທ່ຽງ ລະຫວ່າງພົບປະກັບທ່ານ ທອງລຸນ ສີສຸລິດ - ອິດສະຫຼະ

(ພາບ) ສົມເດັດຮຸນ ເຊນ ເຜີຍແຜ່ພາບບັນຍາກາດໃນໂຕະອາຫານທ່ຽງ ລະຫວ່າງພົບປະກັບທ່ານ ທອງລຸນ ສີສຸລິດ



ສົມເດັດຮຸນ ເຊນ ນາຍົກລັດຖະມົນຕີກຳປູເຈຍ ໄດ້ເຜີຍແຜ່ພາບບັນຍາກາດໃນໂຕະອາຫານທ່ຽງລະຫວ່າງການເດີນທາງມານະຄອນຫຼວງວຽງຈັນ ເພື່ອປຶກສາຫາລືກັບທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຂອງລາວ ເລື່ອງບັນຫາຄວາມຂັດແຍ່ງຊາຍແດນ ເມື່ອວັນທີ 12 ສິງຫາ 2017 ທີ່ຜ່ານມາ ລົງໃນ facebook ສ່ວນຕົວ, ທີ່ສະແດງໃຫ້ເຫັນເຖິງສາຍພົວພັນທີ່ສະໜິດແໜ້ນຂອງສອງນາຍົກ ຜ່ານຮອຍຍິ້ມ ແລະ ບັນຍາກາດແບບເປັນກັນເອງ.

ແລະ ທີ່ສຳຄັນ ຜູ້ນຳທັງສອງປະເທດຕ່າງກໍ່ເຫັນດີຮ່ວມກັນວ່າ: ບັນຫາຄວາມຂັດແຍ່ງ ຕ້ອງໄດ້ຮັບການແກ້ໄຂຢ່າງສັນຕິວິທີ ໃນແບບບ້ານອ້າຍເມືອງນ້ອງເທົ່ານັ້ນ.






No comments

Powered by Blogger.