ເກົາຫຼີເໜືອ ຍິງຂີປະນາວຸດຂ້າມຍີ່ປຸ່ນເປັນຄັ້ງທີ 2 ສຽງເຕືອນໄພດັງຂຶ້ນທົ່ວພາກເໜືອຍີ່ປຸ່ນ - ອິດສະຫຼະ

ເກົາຫຼີເໜືອ ຍິງຂີປະນາວຸດຂ້າມຍີ່ປຸ່ນເປັນຄັ້ງທີ 2 ສຽງເຕືອນໄພດັງຂຶ້ນທົ່ວພາກເໜືອຍີ່ປຸ່ນ



ສຳນັກຂ່າວຕ່າງປະເທດລາຍງານ 15 ກັນຍາ 2017 ວ່າ: ກອງທັບເກົາຫຼີໃຕ້ລາຍງານວ່າ ເກົາຫຼີເໜືອຍິງຂີປະນາວຸດຍັງບໍ່ຮູ້ຊະນິດທີ່ຊັດເຈນ ອອກຈາກຖານຍິງບໍລິເວນເຂດຊູນັນ ໃກ້ກັບນະຄອນຫຼວງປຽງຢາງ ແລະ ເປັນທີ່ຕັ້ງຂອງສະໜາມບິນນານາຊາດປຽງຢາງ ເມື່ອເວລາປະມານກ່ອນ 07:00 ໂມງ ຕາມເວລາທ້ອງຖິ່ນ (05:00 ໂມງ ຕາມເວລາໃນລາວ) ຂີປະນາວຸດລູກນີ້ສາມາດຂຶ້ນເຖິງລະດັບຄວາມສູງ 770 ກິໂລແມັດ ແລະ ສາມາດລອຍຢູ່ໃນອາກາດໄດ້ດົນເຖິງ 19 ນາທີ ໂດຍເດີນທາງໄດ້ໄກເປັນໄລຍະທາງປະມານ 3,700 ກິໂລແມັດ ກ່ອນຕົກລົງໃນມະຫາສະໝຸດປາຊີຟິກ ຫ່າງຈາກເກາະຮອກໄກໂດຂອງຍີ່ປຸ່ນໄປທາງເບື້ອງຕາເວັນອອກປະມານ 2,000 ກິໂລແມັດ.

ເຫດການດັ່ງກ່າວຖືເປັນຄັ້ງທີ 2 ພາຍໃນໄລຍະເວລາພຽງ 2 ອາທິດ ທີ່ຂີປະນາວຸດຂອງເກົາຫຼີເໜືອເດີນທາງຜ່ານນ່ານຟ້າຂອງເກາະຮອກໄກໂດ ເຊິ່ງຕັ້ງຢູ່ທາງເໜືອສຸດຂອງຍີ່ປຸ່ນ ໂດຍເຫດການຄັ້ງທຳອິດເກີດຂຶ້ນເມື່ອວັນທີ 29 ສິງຫາ 2017 ທີ່ຜ່ານມາ ເຊິ່ງເກົາຫຼີເໜືອໃຊ້ຂີປະນາວຸດພິໄສກາງ Hwasong-12 ສົ່ງຜົນໃຫ້ເກີດການເຕືອນໄພທົ່ວພາກເໜືອຂອງຍີ່ປຸ່ນເຊັ່ນດຽວກັນກັບການທົດລອງຂີປະນາວຸດຄັ້ງນີ້ຂອງເກົາຫຼີເໜືອ ທີ່ມີລາຍງານການເປີດໄຊເຣນເຕືອນໄພ ແລະ ລັດຖະບານຍີ່ປຸ່ນຂໍໃຫ້ປະຊາຊົນທີ່ອາໄສຢູ່ໃນລັດສະໝີຂອງຂີປະນາວຸດຕ້ອງອົບພະຍົບອອກຈາກເຂດດັ່ງກ່າວຊົ່ວຄາວ.

ໃນດ້ານຂອງທ່ານ ທາໂຣ ໂຄໂນະ ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ກ່າວປະນາມການຍິງຂີປະນາວຸດຂອງເກົາຫຼີເໜືອໃນຄັ້ງນີ້ ພ້ອມທັງສັນນິຖານວ່າອາດເປັນຂີປະນາວຸດຂ້າມທະວີບ ໂດຍຄິດໄລ່ຈາກພິໄສການຍິງຂອງຂີປະນາວຸດທີ່ຕົກຫ່າງອອກໄປຈາກເກາະຮອກໄກໂຄ ເຊິ່ງເກົາຫຼີເໜືອທົດສອບ ICBM 2 ຄັ້ງເມື່ອເດືອນກໍລະກົດທີ່ຜ່ານມາ ແລະ ຫຼາຍຝ່າຍປະເມີນວ່າສາມາດເດີນທາງໄດ້ໄກເຖິງສະຫະລັດ ອາເມຣິກາ ຫາກມີຄວາມແມ້ນຢຳຫຼາຍກວ່ານີ້.

ນອກຈາກນີ້ ການຍິງຂີປະນາວຸດຂອງເກົາຫຼີເໜືອໃນຄັ້ງນີ້ ຍັງເກີດຂຶ້ນພຽງບໍ່ພໍເທົ່າໃດມື້ ພາຍຫຼັງທີ່ຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ອອກມາດຕະການຂວໍ້າບາດເກົາຫຼີເໜືອຄັ້ງໃໝ່ ເພື່ອລົງໂທດການທົດລອງລະເບີດນິວເຄຼຍ ຄັ້ງທີ 6 ເມື່ອວັນທີ 3 ກັນຍາ 2017 ທີ່ຜ່ານມາ ໂດຍການຂວໍ້າບາດຄັ້ງຫຼ້າສຸດນີ້ເນັ້ນໄປທີ່ການຈຳກັດອຸດສາຫະກຳຕໍ່າແຜ່ນຂອງເກົາຫຼີເໜືອ ແລະ ຈຳກັດການນຳເຂົ້ານ້ຳມັນດິບ ລວມເຖິງຜະລິດຕະພັນປີໂຕຣລຽມອີກດ້ວຍ ເຊິ່ງເກົາຫຼີເໜືອປະກາດກຽມຕອບໂຕ້ດ້ວຍການ "ຈົມເກາະຍີ່ປຸ່ນ" ແລະ "ລະເບີດສະຫະລັດ ອາເມຣິກາ" ໃຫ້ແຫຼກເປັນຜົງ.


No comments

Powered by Blogger.