ລັດເຊຍເປີດສາກຊ້ອມຮົບ ພາຍໃຕ້ລະຫັດ "ຊາປັດ 207" ຢ່າງຍິ່ງໃຫຍ່ - ອິດສະຫຼະ

ລັດເຊຍເປີດສາກຊ້ອມຮົບ ພາຍໃຕ້ລະຫັດ "ຊາປັດ 207" ຢ່າງຍິ່ງໃຫຍ່



ສຳນັກຂ່າວຕ່າງປະເທດລາຍງານ 15 ກັນຍາ 2017 ວ່າ:. ການຊ້ອມຮົບຄັ້ງຍິ່ງໃຫຍ່ຂອງກອງທັບລັດເຊຍພາຍໃຕ້ລະຫັດປະຕິບັດການຊາປັດ 2017 (Zapad 2017) ເຊິ່ງເປັນພາສາລັດເຊຍໝາຍເຖິງ "ຕາເວັນຕົກ 2017" ເລີ່ມຂຶ້ນແລ້ວເມື່ອວັນພະຫັດທີ່ຜ່ານມາ ໂດຍຂໍ້ມູນຈາກະຊວງປ້ອງກັນປະເທດລັດເຊຍລະບຸວ່າ ການຊ້ອມຮົບໃນຄັ້ງນີ້ເປັນການຮ່ວມມືກັບເບລາຣຸດຊີ ໂດຍນອກຈາກທະຫານເບລາຣຸດຊີ 7,200 ຄົນແລ້ວ ລັດເຊຍຍັງໄດ້ສົ່ງທະຫານເຂົ້າຮ່ວມ 5,500 ຄົນ, ຍົນ 70 ລຳ, ລົດຫຸ້ມເກາະ 250 ຄົນ ແລະ ເຮືອຮົບອີກ 10 ລຳ ເພື່ອພັດທະນາຄວາມສາມາດທາງການທະຫານ ແລະ ທົດສອບປະສິດທິພາບຂອງອາວຸດຕ່າງໆ ໃນການປົກປ້ອງອະທິປະໄຕຂອງປະເທດຈາກສັດຕູ ທີ່ຢູ່ຕາມຊາຍແດນກັບໂປໂລຍ ແລະ ກຸ່ມປະເທດໃນເຂດບໍຕິກ.

ເຊິ່ງການຊ້ອມຮົບຈະດຳເນີນໄປຢ່າງຕໍ່ເນື່ອງຈົນເຖິງວັນທີ 20 ກັນຍາ 2017 ນີ້, ໂດຍທ່ານ ພົນເອກ ວາເລຣີ ເກຣາຊິມັອບ ປະທານຄະນະເສນາທິການທະຫານຮ່ວມຂອງລັດເຊຍກ່າວວ່າ ໄດ້ແຈ້ງກຳນົດການຊ້ອມຮົບຊາປັດ 2017 ໃຫ້ອົງການສົນທິສັນຍາອາກລັງຕິກເໜືອ (NATO) ຮັບຮູ້ແລ້ວ ດ້ານທ່ານ ເຢນ ສະໂຕນເທນເບີກ ເລຂາທິການ NATO ກ່າວກ່ອນໜ້ານີ້ວ່າ NATO ຈະຕິດຕາມການຊ້ອມຮົບຄັ້ງນີ້ຢ່າງໃກ້ຊິດ ພາຍຫຼັງທີ່ລັດເຊຍບໍ່ອະນຸຍາດໃຫ້ NATO ສົ່ງເຈົ້າໜ້າທີ່ເຂົ້າຮ່ວມສັງເກດການ ເຊິ່ງ NATO ເຊື່ອວ່າໃນຄວາມເປັນຈິງອາດມີທະຫານລັດເຊຍເຂົ້າຮ່ວມການຊ້ອມຮົບຄັ້ງນີ້ຫຼາຍເຖິງ 100,000 ຄົນ ແລະ ອາດມີການຊ້ອມໃຊ້ງານລະບົບປ້ອງກັນຂີປະນາວຸດ ລວມເຖິງການເຝິກຊ້ອມດ້ວຍອາວຸດສົມຈິງ.

ໃນເວລາດຽວກັນທ່ານ ດິມິທຣີ ເປສຄັອບ ໂຄສົກທຳນຽມເຄຣມລິນ ກ່າວທີ່ນະຄອນຫຼວງມົດສະກູວ່າ ການຊ້ອມຮົບ ຊາປັດ 2017 ເປັນໄປດ້ວຍຄວາມໂປ່ງໃສ ແລະ ຕຳນິການສະແດງຄວາມຄິດເຫັນໃນລັກສະນະຕື່ນຢ້ານຂອງ NATO ວ່າເປັນເຈດຕະນາຂົ່ມຂູ່ຮຸກຮານ, ພ້ອມທັງກ່າວວ່າທ່ານ ປູຕິນ ອາດເຂົ້າຮ່ວມສັງເກດການເຝິກຊ້ອມຄັ້ງນີ້ດ້ວຍ.


No comments

Powered by Blogger.