ພາຍຸ "ນົກສຸຣີ" ຍົກລະດັບເປັນໄຕ້ຝຸ່ນແລ້ວ ທີ່ຜົນຕໍ່ສະພາບອາກາດທົ່ວປະເທດ - ອິດສະຫຼະ

ພາຍຸ "ນົກສຸຣີ" ຍົກລະດັບເປັນໄຕ້ຝຸ່ນແລ້ວ ທີ່ຜົນຕໍ່ສະພາບອາກາດທົ່ວປະເທດ



ເມື່ອວັນເວລາ 04:00 ຂອງວັນທີ 15 ກັນຍາ 2017 ພາຍຸໄຕ້ຝຸ່ນ "ນົກສຸຣີ" (NOKsURI) ຢູ່ບໍລິເວນທະເລຈີນໃຕ້ ຢູ່ທາງທິດຕາເວັນອອກສຽງໃຕ້ຂອງເມືອງວິງ ປະເທດຫວຽດນາມ ປະມານ 250 ກມ. ຫຼື ຢູ່ທີ່ເສັ້ນຂະໜານທີ 17.8 ອົງສາເໜືອ, ເສັ້ນແວງທີ 107.9 ອົງສາຕາເວັນອອກ ມີຄວາມໄວລົມສູງສຸດໃກ້ຈຸດສູນກາງປະມານ 130 ກິໂລແມັດຕໍ່ຊົ່ວໂມງ ກຳລັງເຄື່ອນຕົວມາທາງທິດຕາເວັນຕົກດ້ວຍຄວາມໄວ 25 ກິໂລແມັດຕໍ່ຊົ່ວໂມງ.

ຄາດວ່າພາຍຸນີ້ຈະເຄື່ອນຕົວຜ່ານອ່າວຕັງເກຍ ແລະ ເຄື່ອນຕົວຂຶ້ນຝັ່ງບໍລິເວນເມືອງວິງ ປະເທດຫວຽດນາມໃນມື້ນີ້ (15/09/2017) ໂດຍຈະອ່ອນກຳລັງລົງເປັນພາຍຸໝຸນເຂດຮ້ອນແລ້ວເຂົ້າປົກຄຸມປະເທດລາວ.



No comments

Powered by Blogger.