ເກົາຫຼີເໜືອຍິງຂີປະນາວຸດຈາກນະຄອນຫຼວງປຽງຢາງ ຍີ່ປຸ່ນເຕືອນປະຊາຊົນໃຫ້ລົງຂຸມຫຼົບໄພ - ອິດສະຫຼະ

ເກົາຫຼີເໜືອຍິງຂີປະນາວຸດຈາກນະຄອນຫຼວງປຽງຢາງ ຍີ່ປຸ່ນເຕືອນປະຊາຊົນໃຫ້ລົງຂຸມຫຼົບໄພ



ສຳນັກຂ່າວຕ່າງປະເທດລາຍງານ 15 ກັນຍາ 2017 ວ່າ: ກະຊວງປ້ອງກັນປະເທດເກົາຫຼີໃຕ້ລາຍງານວ່າ ເກົາຫຼີເໜືອຍິງຂີປະນາວຸດອອກຈາກເຂດຊູນານ, ນະຄອນຫຼວງປຽງຢາງ ໃນຕອນເຊົ້າວັນສຸກນີ້ ເຊິ່ງຂີປະນາວຸດຖືກຍິງອອກໄປທາງທິດຕາເວັນອອກມຸ່ງໜ້າສູ່ພາກຕາເວັນອອກສຽງເໜືອຂອງຍີ່ປຸ່ນ ແຕ່ຂະນະນີ້ຍັງບໍ່ສາມາດລະບຸໄດ້ວ່າເປັນຂີປະນາວຸດຊະນິດໃດ.

ໃນດ້ານຂອງລັດຖະບານຍີ່ປຸ່ນຄາດວ່າ ຂີປະນາວຸດດັ່ງກ່າວອາດຈະຜ່ານດິນແດນຂອງຍີ່ປຸ່ນ ແລະ ເຕືອນໃຫ້ປະຊາຊົນທີ່ອາໄສຢູ່ໃນເຂດທີ່ຂີປະນາວຸດຈະຂ້າມຜ່ານອົບພະຍົບລົງຂຸມຫຼົບໄພແລ້ວ.

ຂະນະນີ້ກະຊວງປ້ອງກັນປະເທດຂອງທັງເກົາຫຼີໃຕ້ ແລະ ຍີ່ປຸ່ນກຳລັງເລັ່ງຮວບຮວມຂໍ້ມູນເພື່ອກວດສອບສະຖານະ ແລະ ຊະນິດຂອງຂີປະນາວຸດດັ່ງກ່າວ

No comments

Powered by Blogger.