ຜົນການປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 5 ສະໄໝທີ X - ອິດສະຫຼະ

ຜົນການປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 5 ສະໄໝທີ X



ຄະນະບໍລິຫານງານສູນກາງພັກໄດ້ດຳເນີນກອງປະຊຸມຄົບຄະນະຄັ້ງທີ 5 ສະໄໝທີ X ພາຍໃຕ້ການເປັນປະທານຂອງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ໃນລະຫວ່າງວັນທີ 11-21 ກັນຍາ 2017 ທີ່ຜ່ານມາ ທີ່ສຳນັກງານສູນກາງພັກ ນະຄອນຫຼວງວຽງຈັນ.

ກອງປະຊຸມໄດ້ດຳເນີນການຄົ້ນຄວ້າ, ປຶກສາຫາລືຕີລາຄາກ່ຽວກັບຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມສູນກາງຄັ້ງທີ 4 ສະໄໝທີ X ທີ່ຜ່ານມາ, ຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ  ແລະ ແຜນເງິນຕາປະຈຳປີ 2017 ແລະ ທິດທາງສຳລັບປີ 2018; ການຈັດຕັ້ງຜັນຂະຫຍາຍວຽງການ ປກຊ-ປກສ ແລະ ວຽກງານຈຸດສຸມໃນຕໍ່ໜ້າ, ສະພາບການເຄື່ອນໄຫວນຳພາວຽກງານແນວຄິດ-ວັດທະນະທຳ ແລະ ທິດທາງໃນຕໍ່ໜ້າ.

ກອງປະຊຸມໄດ້ຕີລາຄາເປັນເອກະພາບວ່ານັບແຕ່ກອງປະຊຸມສູນກາງຄັ້ງທີ 4 ມານີ້ກໍ່ຄືໃນປີ 2017 ສະພາບການສາກົນ ແລະ ພາກພື້ນມີຫຼາຍເຫດການເກີດຂຶ້ນ ແລະ ຜັນປ່ຽນແບບສັບສົນໄດ້ສົ່ງຜົນສະທ້ອນທາງກົງ ແລະ ທາງອ້ອມຕໍ່ປະເທດເຮົາ; ສະພາບການໃນບາງດ້ານຢູ່ພາຍໃນປະເທດເຊັ່ນ: ຄວາມຫຍຸ້ງຍາກດ້ານການເງິນ-ງົບປະມານ, ການຜັນປ່ຽນອັບສັບສົນ, ສະຫຼັບຊັບຊ້ອນຂອງອາຊະຍາກຳ, ປາກົດການຫຍໍ້ທໍ້, ໄພທຳມະຊາດ ກໍ່ກາຍເປັນບັນດາບັນຫາທ້າທາຍຕໍ່ການນຳພາຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ.

ແຕ່ດ້ວຍຄວາມຮັບຜິດຊອບການເມືອງຂອງຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ແລະ ດ້ວຍຄວາມບຸກບືນສູ້ຊົນຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນລາວບັນດາເຜົ່າ ເຮັດໃຫ້ບັນດາເນື້ອໃນທີ່ໄດ້ຮັບຮອງໃນກອງປະຊຸມສູນກາງຄັ້ງທີ 4 ສະໄໝທີ X ໄດ້ຮັບການຈັດຕັ້ງປະຕິບັດສົມຄວນ, ບັນດາຄາດໝາຍດ້ານຕ່າງໆສ່ວນຫຼາຍປະຕິບັດໄດ້ຕາມແຜນ; ປະເທດຊາດຂອງພວກເຮົາສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ; ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຍັງຮັບປະກັນໄດ້ໂດຍພື້ນຖານ; ເສດຖະກິດ-ສັງຄົມມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ລວມຍອດຜະລິດຕະພັນພາຍໃນ (​GDP) ຂະຫຍາຍຕົວໃນລະດັບ 6.83% ອັດຕາເງິນເຟີ້ ແລະ ປະລິມານເງິນ ເພີ່ມຂຶ້ນໃນລະດັບເໝາະສົມ; ມູນຄ່າການຄ້ານ້ຳເຂົ້າ ແລະ ສົ່ງອອກປະຕິບັດ 4,715 ລ້ານໂດລາສະຫະລັດ; ການແກ້ໄຂໜີ້ສິນໂດຍລວມແມ່ນເປັນໄປຕາມແຜນການທີ່ວາງໄວ້.

ການພັດທະນາຂົງເຂດສັງຄົມ-ວັດທະນະທຳສືບຕໍ່ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ເປັນຂະບວນການທົ່ວສັງຄົມ ໂດຍສືບຕໍ່ສູ້ຊົນຍົກລະດັບຄຸນນະພາບການສຶກສາ, ສາມາດປ້ອງກັນ ແລະ ແກ້ໄຂພະຍາດຕາມລະດູການບໍ່ໃຫ້ມີການລະບາດຮ້າຍແຮງ; ໄດ້ເອົາໃຈໃສ່ການສ້າງ ແລະ ພັດທະນາສີມືແຮງງານ, ຊຸກຍູ້ສົ່ງເສີມການທ່ອງທ່ຽວຕິດພັນກັບການສ້າງຄວາມພ້ອມໃຫ້ແກ່ການເປີດປີທ່ອງທ່ຽວລາວ 2018; ພ້ອມນັ້ນການແກ້ໄຂຄວາມທຸກຍາກຂອງປະຊາຊົນກໍ່ມີຄວາມຄືບໜ້າ; ດຳເນີນການປັບປຸງພາລະບົດບາດຂອງອົງການຈຳນວນໜຶ່ງໃຫ້ຈະແຈ້ງກວ່າເກົ່າ, ໃນບາງຂົງເຂດກໍ່ຍັງສືບຕໍ່ປັບປຸງທັງໃນດ້ານກົງຈັກການຈັດຕັ້ງ ແລະ ພະນັກງານເພື່ອໃຫ້ໄປຕາມທິດກະທັດຮັດ, ເຂັ້ມແຂງ, ໂປ່ງໃສ ແລະ ມີປະສິດທິພາບ.

ແນວລາວສ້າງຊາດ ແລະ ບັນດາອົງການຈັດຕັ້ງມະຫາຊົນ ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການຕິດຕາມ, ກວດກາການແກ້ໄຂບັນຫາເຄັ່ງຮ້ອນ, ກຳສະພາບແນວຄິດ, ຄວາມມຸ້ງມາດປາຖະໜາ, ຄວາມຂັດຂ້ອງໝອງໃຈຂອງປະຊາຊົນ, ຊັ້ນຄົນຕ່າງໆເພື່ອນຳສະເໜີພາກສ່ວນກ່ຽວຂ້ອງແກ້ໄຂ.

ໃນຂົງເຂດວຽກງານຕ່າງປະເທດ ໄດ້ມີການຜັນຂະຫຍາຍບັນດາຂໍ້ຕົກລົງຂອງຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ, ສືບຕໍ່ເສີມຂະຫຍາຍບົດບາດອັນຕັ້ງໜ້າຂອງຕົນໃນປະຊາຄົມອາຊຽນ, ເຂົ້າຮ່ວມໃນຂະໂຍບາຍໜຶ່ງແລວທາງໜຶ່ງເສັ້ນທາງ ເພື່ອກາຍເປັນໜຶ່ງໃນຕົວເຊື່ອມຫຼາຍດ້ານລະຫວ່າງອາຊຽນ-ຈີນ, ຈີນ-ອາຊຽນ; ການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ ສືບຕໍ່ໄດ້ຮັບການເພີ່ມທະວີ.

ພ້ອມກັນນັ້ນ, ກອງປະຊຸມສູນກາງຍັງໄດ້ຕີລາຄາຜົນການຈັດຕັ້ງດຳເນີນຊີວິດການເມືອງ ປັບປຸງປົວແປງທົ່ວພັກທີ່ສູນກາງພັກໄດ້ເລັ່ງໃສ່ຊີ້ນຳໃນສອງເດືອນທີ່ຜ່ານມາ, ບົນພື້ນຖານນັ້ນໄດ້ດຳເນີນຊີວິດການເມືອງພາຍໃນຄະນະບໍລິຫານງານສູນກາງພັກ, ກອງປະຊຸມເຫັນວ່າມີການດຳເນີນຢ່າງຖືກຕ້ອງ, ສອດຄ່ອງກັບບັນດາຫຼັກການພື້ນຖານຂອງພັກ, ຜົນໄດ້ຮັບຍັງເປັນພື້ນຖານສຳຄັນໃຫ້ແກ່ການສືບຕໍ່ປັບປຸງກໍ່ສ້າງພັກ ເພື່ອຍົກສູງບົດບາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງພັກເຮົາສູງເດັ່ນຂຶ້ນຕື່ມອີກ, ສ້າງບັນດາປັດໄຈອັນຈຳເປັນໃຫ້ແກ່ການສືບຕໍ່ສ້າງ ການຫັນປ່ຽນອັນແຂງແຮງ, ເລິກເຊິ່ງ, ຮອບດ້ານໃນຕໍ່ໜ້າ.

ກອງປະຊຸມສູນກາງພັກຄັ້ງນີ້ ຍັງໄດ້ຮັບຮອງເອົາທິດທາງ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມທີ່ຈະສືບຕໍ່ນຳພາຊີ້ນຳໃນຕໍ່ໜ້າຄື:

- ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ;

- ຮັບປະກັນສະຖຽນລະພາບເສດຖະກິດມະຫາພາກ, ສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນໃນລະດັບ 7%, ລວມຍອດລາຍໄດ້ແຫ່ງຊາດ GNI ຕໍ່ຫົວຄົນບັນລຸ 2,029 ໂດລາສະຫະລັດ;

- ແກ້ໄຂບັນຫາການເງິນ-ງົບປະມານ ແລະ ບັນຫາໜີ້ສິນຕ່າງໆ ໂດຍຊອກຫາທຸກວິທີທາງເພື່ອຢຸດຢັ້ງການເພີ່ມຂຶ້ນຂອງໜີ້ສາທາລະນະ, ແກ້ໄຂຄວາມຫຍຸ້ງຍາກໃນພາກທຸລະກິດ, ເພີ່ມທະວີການສ້າງແຫຼ່ງລາຍຮັບໃໝ່ ແລະ ຂຸດຄົ້ນ, ຄຸ້ມຄອງທຸກແຫຼ່ງລາຍຮັບຢ່າງຮັດກຸມ, ເຂັ້ມງວດ ແລະ ມີປະສິດທິພາບ;

- ຜັນຂະຫຍາຍຜົນສຳເລັດຂອງບັ້ນດຳເນີນຊີວິດການເມືອງປັບປຸງປົງແປງທົ່ວພັກປີ 2017 ຕິດພັນກັບການແກ້ໄຂບັນຫາຫຍໍ້ທໍ້, ການເຊື່ອມຖອຍຢູ່ພາຍໃນພັກໃຫ້ມີຄວາມເດັດຂາດ, ເຂັ້ມງວດ, ອັນສຳຄັນຄະນະພັກ, ອົງການປົກຄອງ, ສະມາຊິກພັກ, ພະນັກງານແຕ່ຂັ້ນສູງສຸດລົງລຸ່ມຕ້ອງຮັກສາ ແລະ ເຊີດຊູຄວາມເປັນແບບຢ່າງເພື່ອສ້າງຄວາມເຊື່ອໝັ້ນ ແລະ ກຳລັງແຮງຂັບເຄື່ອນທຸການຫັນປ່ຽນໄປສູ່ອັນໃໝ່ທີ່ຕັ້ງໜ້າ;

- ກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ໂດຍຖືເປັນໂອກາດຍູ້ແຮງຂະບວນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກເຂົ້າສູ່ລວງເລິກ ແລະ ບັນລຸໝາກຜົນຕົວຈິງ; ເຊີດຊູ ແລະ ເສີມຂະຫຍາຍຈິດໃຈຊາດ, ເອກະລາດເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ສົມທັບການຂຸດຄົ້ນກຳລັງແຮງພາຍໃນ ແລະ ກຳລັງແຮງສັງລວມຂອງຍຸກສະໄໝເຂົ້າໃນການປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດ.

ຄະນະບໍລິຫານງານສູນກາງພັກຮຽກຮ້ອງມາຍັງຄະນະພັກ, ອົງການປົກຄອງແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ ແລະ ປະຊາຊົນລາວບັນດາເຜົ່າ ຈົ່ງໄດ້ເຊີດຊູຄວາມສາມັກຄີເປັນປຶກແຜ່ນຢູ່ອ້ອມຂ້າງພັກ, ລັດຖະບານ ພ້ອມກັນຍົກສູງຄວາມຮັບຜິດຊອບ ແລະ ເປັນເຈົ້າການໃນການເຊື່ອມຊຶມ, ກຳແໜ້ນ ແລະ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄົບຄະນະ ຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ໃຫ້ເປັນຂະບວນການຟົດຟື້ນ, ແຂງແຮງ, ຕໍ່ເນື່ອງ, ເຮັດໃຫ້ວຽກງານຈຸດສຸມຂອງສູນກາງພັກໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສຳເລັດຢ່າງຈົບງາມ, ປະກອບສ່ວນໂດຍກົງເຂົ້າໃຈຜົນສຳເລັດລວມໃນໄລຍະເຄິ່ງສະໄໝແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ.

No comments

Powered by Blogger.