ຜູ້ນຳເກົາຫຼີເໜືອຖະແຫຼງ ປ.ທຣຳ ຈະຕ້ອງຮັບຜິດຊອບຕໍ່ຄຳເວົ້າດູຖູກເກົາຫຼີເໜືອຢ່າງເຖິງທີ່ສຸດ - ອິດສະຫຼະ

ຜູ້ນຳເກົາຫຼີເໜືອຖະແຫຼງ ປ.ທຣຳ ຈະຕ້ອງຮັບຜິດຊອບຕໍ່ຄຳເວົ້າດູຖູກເກົາຫຼີເໜືອຢ່າງເຖິງທີ່ສຸດ



ສຳນັກຂ່າວຕ່າງປະເທດລາຍງານ 22 ກັນຍາ 2017 ວ່າ: ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດເກົາຫຼີເໜືອ ຖະແຫຼງຜ່ານສຳນັກຂ່າວແຫ່ງຊາດ KCNA ດ້ວຍຕົນເອງ ແລະ ໃຊ້ພາສາອັງກິດດ້ວຍ ໂດຍມີເນື້ອໃນສະແດງຄວາມບໍ່ພໍໃຈຢ່າງຍິ່ງທີ່ຖືກທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ເວົ້າຢຽດຫຍາມ ແລະ ຂົ່ມຂູ່ຢູ່ໃນເວທີປະຊຸມສະມັດຊາໃຫຍ່ຂອງສະຫະປະຊາຊາດ.

ທ່ານ ຄິມ ຈອງ-ອຶນ ກ່າວວ່າ ການທີ່ທ່ານ ທຣຳ ເວົ້າຈາດູໝິ່ນຢຽດຫຍາມເຖິງຕົນ ແລະ ເກົາຫຼີເໜືອຕໍ່ສາຍຕາຊາວໂລກ ແລະ ປະກາດວ່າທ່ານ ທຣຳ ຕ້ອງໃຊ້ຄືນຄຳເວົ້ານັ້ນຢ່າງເຖິງທີ່ສຸດ.


ກ່ອນໜ້າທີ່ທ່ານ ທຣຳ ໄດ້ຮຽກທ່ານ ຄິມ ຈອງ-ອຶນວ່າເປັນ "ມະນຸດຈະຫຼວດ" ທີ່ກຳລັງປະຕິບັດພາລະກິດຂ້າຕົວເອງຕາຍ ຖ້າສະຫະລັດຖືກບີບໃຫ້ບໍ່ມີທາງເລືອກ ກໍ່ຈຳເປັນຕ້ອງທຳລາຍເກົາຫຼີເໜືອໃຫ້ຮາບກຽງ.

"ຄຳເວົ້າຂອງທ່ານ ທຣຳ ຢ້ຳເຕືອນຂ້າພະເຈົ້າໃຫ້ໝັ້ນໃຈວ່າ ແທນທີ່ຈະເຮັດໃຫ້ຢ້ານ ຫຼື ຢຸດຢັ້ງພວກເຮົາ ແຕ່ຂ້າພະເຈົ້າຄິດວ່າໄດ້ເລືອກເສັ້ນທາງທີ່ຖືກຕ້ອງແລ້ວ ແລະ ເປັນເສັ້ນທາງທີ່ຈະເດີນຕໍ່ໄປຈົນສຸດກົກສຸດປາຍ"

"ຂ້າພະເຈົ້າຈະເຮັດໃຫ້ຜູ້ຊາຍຄົນນີ້ ທີ່ຖືເປັນຜູ້ທີ່ມີອະພິສິດໃນການບັນຊາການສູງສຸດຂອງສະຫະລັດ ອາເມຣິກາ ຕ້ອງຮັບຜິດຊອບຕໍ່ຄຳກ່າວປາໄສທີ່ຫຍາບຊ້າ ແລະ ບໍ່ມີຄວາມຈິງ"

"ສະຫະລັດ ອາເມຣິກາ ຕ້ອງໄດ້ພົບກັບຜົນລັບທີ່ເໜືອຄວາມຄາດຄິດ ຂ້າພະເຈົ້າຈະໃຊ້ອາວຸດ ເພື່ອຄວບຄຸມ ແລະ ເຮັດໃຫ້ສະຫະລັດ ອາເມຣິກາ ທີ່ເສຍສະຕິ ໃຫ້ສະງົບລົງ" ທ່ານ ຄິມ ຈອງ-ອຶນ ກ່າວ.


ຂະນະດຽວກັນທ່ານ ຣີ ຢອງໂຮ ລັດຖະມົນຕີກະຊວງການຕ່າງປະເທດເກົາຫຼີເໜືອກ່າວກັບສື່ມວນຊົນທີ່ນະຄອນນິວຢອກວ່າ ເກົາຫຼີເໜືອອາດພິຈາລະນາທົດສອບລະເບີດນິວເຄຼຍໄຮໂດຣເຈນ ໃນເຂດມະຫາສະໝຸດປາຊີຟິກ ແລະ ໃນລະດັບທີ່ເຄີຍທົດລອງມາກ່ອນ ແຕ່ຍັງບໍ່ຢືນຢັນ ແລະ ກ່າວວ່າ ທຸກສິ່ງທຸກຢ່າງ ຂຶ້ນຢູ່ກັບການພິຈາລະນາຂອງທ່ານ ຄິມ ຈອງ-ອຶນ.

No comments

Powered by Blogger.