ການເຜີຍແຜ່ພາບ "ສົບ" ໃນໂລກອອນລາຍ ຖືວ່າເປັນສິ່ງທີ່ຜິດກົດໝາຍ - ອິດສະຫຼະ

ການເຜີຍແຜ່ພາບ "ສົບ" ໃນໂລກອອນລາຍ ຖືວ່າເປັນສິ່ງທີ່ຜິດກົດໝາຍ



ໃນຍຸກປັດຈຸບັນນີ້, ສັງຄົມອອນລາຍກາຍເປັນສ່ວນໜຶ່ງໃນຊີວິດປະຈຳວັນໂດຍປະຕິເສດບໍ່ໄດ້ ແລະ ສິ່ງໜຶ່ງທີ່ເປັນບັນຫາ ແລະ ຈະຍົກມາເວົ້າໃນມື້ນີ້ ຖືເປັນອີກໜຶ່ງເລື່ອງທີ່ສຳຄັນ ອັນໄດ້ສົ່ງຜົນກະທົບແຕະຕ້ອງເຖິງຈິດໃຈ ແລະ ຄວາມຮູ້ສຶກຂອງຕົວເຈົ້າຂອງ, ຄອບຄົວ ແລະ ຍາດພີ່ນ້ອງຜູ້ຖືກກະທຳ ນັ້ນກໍ່ຄື ບັນຫານການເຜີຍແຜ່ພາບທີ່ບໍ່ເໝາະສົມຂອງບຸກຄົນ, ກຸ່ມຄົນທີ່ຢູ່ໃນສະຖານະການຄັບຂັນ ແລະ ບໍ່ດີບໍ່ງາມລົງໃນໂລກອອນລາຍເຊັ່ນ: ພາບຄົນບາດເຈັບ, ພາບຜູ້ປະສົບອຸປະຕິເຫດ ແລະ ເປັນຕົ້ນແມ່ນພາບສົບຜູ້ເສຍຊີວິດ.

ເຊິ່ງໃນກົດໝາຍອາຍາມາດຕາ 96 ໄດ້ລະບຸວ່າ: ບຸກຄົນຜູ້ໃດ ຫາກໄດ້ກະທຳ ຫຼື ໃຊ້ວາຈາຢ່າງຫຍາບຊ້າຕໍ່ຊາກສົບ, ຊື່ສຽງ, ບ່ອນຝັງສົບ ຫຼື ທາດຂອງຜູ້ຕາຍ ເຊິ່ງເປັນການແຕະຕ້ອງຈິດໃຈຂອງມະຫາຊົນ ຈະຖືກລົງໂທດຕັດອິດສະຫຼະພາບແຕ່ 3 ເດືອນ ຫາ 1 ປີ ຫຼື ດັດສ້າງໂດຍບໍ່ຕັດອິດສະຫຼະພາບ ແລະ ຈະຖືກປັບໃໝແຕ່ 50,000 ກີບ ຫາ 300,000 ກີບ.

ນັ້ນໝາຍຄວາມວ່າ ຄອບຄົວ ຫຼື ພີ່ນ້ອງຂອງຜູ້ເສຍຊີວິດ ສາມາດຮ້ອງຟ້ອງທ່ານໄດ້ ເພາະການເຜີຍແຜ່ພາບສົບນັ້ນ ຖືເປັນສະພາບທີ່ບໍ່ເປັນຕາເບິ່ງຂອງຜູ້ຕາຍ ເຊິ່ງແນ່ນອນວ່າທັງຜູ້ຕາຍ ແລະ ຄອບຄົວຍາດພີ່ນ້ອງບໍ່ຕ້ອງການໃຫ້ເຜີຍແຜ່ພາບເຫຼົ່ານັ້ນ, ດັ່ງນັ້ນ, ການແຊຣ໌ ຫຼື ໂພສຮູບພາບຂອງສົບ ຈຶ່ງບໍ່ຕ່າງຫຍັງກັບການດູໝິ່ນຜູ້ຕາຍນັ້ນເອງ.

ນອກຈາກນີ້ການເຜີຍແຜ່ພາບສົບ ຍັງເປັນຂໍ້ຫ້າມທີ່ຖືກລະບຸໄວ້ໃນເງື່ອນໄຂຂອງສັງຄົມອອນລາຍເຊັ່ນ: facebook ແລະ Youtube ເຊິ່ງອາດຈະເຮັດໃຫ້ບັນຊີຂອງທ່ານຖືກບລັອກໄດ້.

ເຊິ່ງແຫຼ່ງທີ່ມາຂອງການເຜີຍແຜ່ພາບສົບ ຫຼື ຜູ້ໄດ້ຮັບບາດເຈັບທີ່ຢູ່ໃນສະພາບບໍ່ເປັນຕາເບິ່ງນັ້ນ ແມ່ນມີທີ່ມາຈາກປະຊາຊົນທົ່ວໄປທີ່ເອົາລົງຕາມສື່ອອນລາຍຕ່າງໆ ທີ່ສຳຄັນຍັງມີແຫຼ່ງທີ່ມາຈາກບາງໜ່ວຍງານກູ້ໄພ ທີ່ຍັງຂາດສະຕິຄວາມຮັບຜິດຊອບໃນຈຸດນີ້ ຫຼື ບາງຄັ້ງກໍ່ອາດເປັນເພາະຮູ້ເທົ່າບໍ່ເຖິງການ ນອກນັ້ນ, ຍັງມີບາງສື່ທີ່ຖືກສ້າງຂຶ້ນໃນໂລກອອນລາຍກໍ່ຍັງຂາດຄວາມຮັບຜິດຊອບໃນເລື່ອງນີ້. ແຕ່ຖ້າໃນກໍລະນີທີ່ຈຳເປັນຕ້ອງເຜີຍແຜ່ເຊັ່ນ: ບໍ່ຮູ້ຊື່ຜູ້ເສຍຊີວິດ ຫຼື ຍາດພີ່ນ້ອງກໍ່ຄວນມີການປົກປິດ ຫຼື ເຊັນເຊີ້ໃນລະດັບຄວາມເຂັ້ມທີ່ບໍ່ສາມາດຄາດເດົາໄດ້ວ່າຜູ້ຕາຍແມ່ນໃຜ ແລະ ອະທິບາຍລັກສະນະພິເສດຕ່າງໆຂອງຜູ້ເສຍຊີວິດດ້ວຍອັກສອນແທນ ແລະ ປ່ອຍໃຫ້ເປັນຄວາມຮັບຜິດຊອບຂອງເຈົ້າໜ້າທີ່.

ທຸກຄົນເຂົ້າໃຈຄວາມຫວັງດີເປັນສິ່ງທີ່ສຳຄັນ, ແຕ່ກໍ່ຄວນປະຕິບັດໃນທາງທີ່ຖືກທີ່ຄວນ ແລະ ເໝາະສົມ ໃຫ້ຄິດເຫັນເຖິງຄວາມຮູ້ສຶກຂອງການສູນເສຍຂອງຜູ້ອື່ນມາໃສ່ໃຈເຮົາ ທີ່ຕ້ອງມາເຫັນພາບຂອງຕົນ, ຄົນໃນຄອບຄົວ ຫຼື ຍາດພີ່ນ້ອງທີ່ຢູ່ໃນສະພາບບໍ່ດີບໍ່ງາມຖືກເຜີຍແຜ່ໄປທົ່ວສັງຄົມ.

No comments

Powered by Blogger.