ກຳປູເຈຍ ຈັບຜູ້ນຳຝ່າຍຄ້ານ ໃນຂໍຫາສົມຮູ້ຮ່ວມຄິດ ເພື່ອເປັນກະບົດ - ອິດສະຫຼະ

ກຳປູເຈຍ ຈັບຜູ້ນຳຝ່າຍຄ້ານ ໃນຂໍຫາສົມຮູ້ຮ່ວມຄິດ ເພື່ອເປັນກະບົດ



ສຳນັກຂ່າວຕ່າງປະເທດລາຍງານ 3 ກັນຍາ 2017 ວ່າ: ທ່ານ ແກມ ໂສພາ ຜູ້ນຳຝ່າຍຄ້ານກຳປູເຈຍ ອາຍຸ 64 ປີ ແລະ ເປັນຫົວໜ້າພັກກູ້ຊາດກຳປູເຈຍ ຖືກຈັບກຸມທີ່ເຮືອນຂອງທ່ານເອງໃນນະຄອນຫຼວງພະນົມເປັນ ເມື່ອຕອນເຊົ້າຂອງວັນອາທິດ ທີ 3 ກັນຍາ 2017 ນີ້, ຖືເປັນການປະເຊີນໜ້າຄັ້ງໃໝ່ຂອງລັດຖະບານກຳປູເຈຍ ທີ່ນຳໂດຍ ສົມເດັດ ຮຸນ ເຊນ ນາຍົກລັດຖະມົນຕີ ກັບ ຝ່າຍຕໍ່ຕ້ານ, ສື່ມວນຊົນອິດສະຫຼະ ຫຼື ໃຜກໍ່ຕາມທີ່ເປັນໄພຕໍ່ການຄອງອຳນາດອັນຍາວນານຂອງສົມເດັດ ຮຸນ ເຊນ ທີ່ປົກຄອງປະເທດກຳປູເຈຍມາຍາວນານກວ່າ 3 ທົດສະວັດແລ້ວ ກ່ອນທີ່ຈະມີການເລືອກຕັ້ງທົ່ວໄປໃນປີໜ້າ ເຊິ່ງທ່ານ ແກມ ໂສພາ ຖືວ່າເປັນອີກຄົນໜຶ່ງທີ່ທ້າທາຍອຳນາດຂອງສົມເດັດ ຮຸນ ເຊນ.

ລັດຖະບານກຳປູເຈຍອອກຖະແຫຼງການລະບຸວ່າ ມີຫຼັກຖານເປັນວິດີໂອ ແລະ ຫຼັກຖານອື່ນໆທີ່ບົ່ງບອກວ່າ ມີການສົມຮູ້ຮ່ວມຄິດກັນແບບລັບໆຂອງທ່ານ ແກມ ໂສພາ ກັບບຸກຄົນອື່ນໆ ແລະ ຊາວຕ່າງປະເທດເຊິ່ງເປັນໄພຕໍ່ປະເທດກຳປູເຈຍ ການກະທຳນອກເໜືອຈາກການສົມຮູ້ຮ່ວມຄິດກັນແບບລັບໆແລ້ວຖືວ່າເປັນກະບົດ.


ໂດຍພາບຂ່າວທີ່ຖືກເຜີຍແຜ່ທາງສື່ມວນຊົນຂອງກຳປູເຈຍສະແດງໃຫ້ເຫັນວ່າ ທ່ານ ແກມ ໂສພາ ຖືກຈັບໃສ່ກຸນແຈມືໄວ້ດ້ານຫຼັງແລ້ວນຳຕົວອອກຈາກເຮືອນໄປ, ໃນຂະນະທີ່ລູກສາວຂອງທ່ານ ເຊິ່ງເປັນເຈົ້າໜ້າທີ່ຂອງພັກກູ້ຊາດກຳປູເຈຍເປີດເຜີຍວ່າ ພໍ່ຂອງລາວຖືກຈັບກຸມດ້ວຍກຳລັງຕຳຫຼວດປະມານ 100-200 ຄົນ ທີ່ເຂົ້າມາປິດລ້ອມ ເພື່ອຄວບຄຸມພໍ່ຂອງລາວໄປຈາກເຮືອນ ໂດຍບໍ່ມີໝາຍຄົ້ນແຕ່ຢ່າງໃດ ຕອນນີ້ບໍ່ຮູ້ວ່າພໍ່ຢູ່ໃສ.

No comments

Powered by Blogger.