ສື່ເກົາຫຼີເໜືອ ເຜີຍແຜ່ພາບຜູ້ນຳສູງສຸດ ກວດສອບ ລະເບີດໄຮໂດຣເຈນ ລຸ້ນໃໝ່ - ອິດສະຫຼະ

ສື່ເກົາຫຼີເໜືອ ເຜີຍແຜ່ພາບຜູ້ນຳສູງສຸດ ກວດສອບ ລະເບີດໄຮໂດຣເຈນ ລຸ້ນໃໝ່



ສຳນັກຂ່າວຕ່າງປະເທດລາຍງານ 3 ກັນຍາ 2017 ວ່າ: ສຳນັກຂ່າວ KCNA ກະບອກສຽງຂອງລັດຖະບານເກົາຫຼີເໜືອ ເຜີຍແຜ່ພາບຖ່າຍທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ເດີນທາງໄປຍັງສະຖານທີ່ແຫ່ງໜຶ່ງ ເພື່ອກວດສອບຄວາມຄືບໜ້າຂອງໂຄງການພັດທະນາອາວຸດເທີໂມນິວເຄຼຍ ຫຼື ລະເບີດໄຮໂດຣເຈນ ທີ່ສ່ວນປະກອບທຸກຢ່າງ ແລະ ການຜະລິດທຸກຂັ້ນຕອນເກີດຂຶ້ນດ້ວຍສີມືຂອງຜູ້ຊ່ຽວຊານເກົາຫຼີເໜືອທັງໝົດ ເຊິ່ງທ່ານ ຄິມ ຈອງ-ອຶນ ໄດ້ສັ່ງໃຫ້ເຈົ້າໜ້າທີ່ກຽມນຳລະເບີດໄຮໂດຣເຈນ ລຸ້ນໃໝ່ນີ້ໄປຕິດຕັ້ງເຂົ້າກັບຂີປະນາວຸດຂ້າມທະວີບ (ICBM) ລຸ້ນຕໍ່ໄປ.


ລາຍງານດັ່ງກ່າວຂອງ KCNA ໄດ້ຮັບການເຜີຍແຜ່ພາຍຫຼັງທີ່ລັດຖະບານເກົາຫຼີເໜືອປະສົບຄວາມສຳເລັດໃນການທົດລອງ ICBM Hwasong-14 ທີ່ທົດລອງ 2 ຄັ້ງ ເມື່ອເດືອນກໍລະກົດ ທີ່ຜ່ານມາ ຂະນະທີ່ລາຍງານຫຼ້າສຸດຂອງ KCNA ໄດ້ເພີ່ມຄວາມເປັນຫ່ວງໃຫ້ແກ່ຫຼາຍຝ່າຍວ່າ ອາດເປັນເຈດຕະນາສົ່ງສັນຍານຂອງເກົາຫຼີເໜືອ ກ່ຽວກັບການກຽມຄວາມພ້ອມທົດສອບລະເບີດນິວເຄຼຍຄັ້ງທີ 6 ໂດຍ 2 ຄັ້ງກ່ອນໜ້ານັ້ນເກີດຂຶ້ນເມື່ອເດືອນ ມັງກອນ 2016 ເຊິ່ງລັດຖະບານເກົາຫຼີເໜືອອ້າງວ່າເປັນລະເບີດໄຮໂດຣເຈນ ສ່ວນຄັ້ງຕໍ່ມາໃນເດືອນກັນຍາ ປີດຽວກັນ ເຖິງຈະບໍ່ມີລາຍງານວ່າເປັນລະເບີດໄຮໂດຣເຈນ ແຕ່ເກົາຫຼີໃຕ້ວິເຄາະວ່າເປັນລະເບີດນິວເຄຼຍທີ່ມີພະລັງສູງສຸດ ດ້ວຍນ້ຳໜັກທີ່ຫຼາຍເຖິງ 10 ກິໂລໂຕນ ເກືອບທຽບເທົ່າລະເບີດປະລະມານູທີ່ສະຫະລັດອາເມຣິກາໃຊ້ໃນສົງຄາມໂລກຄັ້ງທີ 2 ເຊິ່ງມີນ້ຳໜັກ 15 ກິໂລໂຕນ.

No comments

Powered by Blogger.