ດ່ວນ...! ແຜ່ນດິນໄຫວຢູ່ເກົາຫຼີເໜືອ 6.3 ຫຼາຍຝ່າຍຄາດວ່າເປັນການທົດລອງລະເບີດນິວເຄຼຍ - ອິດສະຫຼະ

ດ່ວນ...! ແຜ່ນດິນໄຫວຢູ່ເກົາຫຼີເໜືອ 6.3 ຫຼາຍຝ່າຍຄາດວ່າເປັນການທົດລອງລະເບີດນິວເຄຼຍ



ສຳນັກຂ່າວຕ່າງປະເທດລາຍງານ 3 ກັນຍາ 2017 ວ່າ: ສຳນັກງານສຳຫຼວດທໍລະນີວິທະຍາສະຫະລັດ ອາເມຣິກາ (USGS) ກວດພົບການເກີດແຜ່ນດິນໄຫວຮຸນແຮງ 5.6 ເມື່ອວເລາ 12:36 ນາທີ ຕາມເວລາທ້ອງຖິ່ນຢູ່ແຫຼມເກົາຫຼີ ໂດຍຄວາມເລິກຂອງຈຸດຄູນກາງຢູ່ລະດັບໜ້າດິນ ບໍລິເວນແຂວງຮຳກະຢອງເໜືອ ທາງພາກເໜືອສຸດຂອງເກົາຫຼີເໜືອ ເບື້ອງຕົ້ນ USGS ສັນນິຖານວ່າ ບໍ່ແມ່ນແຜ່ນດິນໄຫວຕາມທຳມະຊາດ ຂະນະທີ່ສຳນັກງານທໍລະນີວິທະຍາຂອງຈີນ ວັດຄວາມຮຸນແຮງຂອງແຜ່ນດິນໄຫວຄັ້ງນີ້ໄດ້ 6.3 ແລະ ຄາດວ່າເປັນແຮງສັ່ນສະເທືອນທີ່ເກີດຈາກການລະເບີດຢ່າງຮຸນແຮງຂອງວັດຖຸບາງຢ່າງ.


ດ້ານສຳນັກຂ່າວ YTN ລາຍງານວ່າ ທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ຮຽກປະຊຸມສຸກເສີນໜ່ວຍງານດ້ານຄວາມໝັ້ນຄົງຂອງເກົາຫຼີໃຕ້ ເພື່ອວິເຄາະສະຖານະການທີ່ເກີດຂຶ້ນຢ່າງຮີບດ່ວນ ທ່າມກາງການສັນນິຖານວ່າ ອາດເປັນການທົດລອງລະເບີດນິວເຄຼຍຄັ້ງທີ 6 ຂອງເກົາຫຼີເໜືອ ໂດຍແຜ່ນດິນໄຫວຄັ້ງນີ້ເກີດຂຶ້ນພຽງບໍ່ພໍເທົ່າໃດທົ່ວໂມງ ພາຍຫຼັງທີ່ສຳນັກຂ່າວ KCNA ຂອງທາງການເກົາຫຼີເໜືອ ເຜີຍແຜ່ພາຍຖ່າຍຂອງຜູ້ນຳສູງສຸດ ທ່ານ ຄິມ ຈອງ-ອຶນ ທີ່ໄດ້ໄປກວດສອບວັດຖຸ ທີ່ກ່າວວ່າເປັນຕົ້ນແບບຂອງລະເບີດໄຮໂດຣເຈນລຸ້ນໃໝ່.


No comments

Powered by Blogger.