ຈີນເດີນໜ້າພັດທະນາໂຄງການລົດໄຟຄວາມໄວສູງ 4,000 ກິໂລແມັດຕໍ່ຊົ່ວໂມງ - ອິດສະຫຼະ

ຈີນເດີນໜ້າພັດທະນາໂຄງການລົດໄຟຄວາມໄວສູງ 4,000 ກິໂລແມັດຕໍ່ຊົ່ວໂມງ



ວິທະຍຸກະຈາຍສຽງແຫ່ງປະເທດລາຍງານວ່າ: ກອງປະຊຸມປຶກສາຫາລືສຸດຍອດທຸລະກິດດ້ານການບິນອະວະກາດສາກົນຈີນຄັ້ງທີ 3 ໄດ້ຈັດຂຶ້ນຢູ່ມືອງວູຮ້ານແຂວງຫູເປີຍ ປະເທດຈີນໃນວັນທີ 30 ສິງຫາ 2017 ທີ່ຜ່ານມາ, ໂດຍເນັ້ນຫົວຂໍ້ “ເຕົ້າໂຮມຊັບພະຍາກອນໂລກ, ຮ່ວມກັນຊຸກຍູ້ພັດທະນາການບິນອະວະກາດດ້ານທຸລະກິດ”. ແລະໃນໂອກາດດັ່ງກ່າວ, ກຸ່ມບໍລິສັດອຸດສາຫະກຳ ແລະ ວິທະຍາສາດການບິນ ແລະ ອະວະກາດຈີນ ຫຼື CASIC ໄດ້ເປີດເຜີຍແຜນພັດທະນາໃນຂົງເຂດການບິນອະວະກາດດ້ານທຸລະກິດຂອງຕົນ, ແລະ ໂຄງການ “ລົດໄຟຄວາມໄວສູງຮຸ່ນໃໝ່” ໄດ້ເຂົ້າສູ່ໄລຍະການຄົ້ນຄວ້າແລ້ວ, ໂດຍໃນອະນາຄົດຈະນຳໃຊ້ເຕັກນິກການບິນອະວະກາດເພື່ອໃຫ້ລົດໄຟແລ່ນດ້ວຍຄວາມໄວສູງກວ່າເກົ່າອີກ.

ທ່ານເໝົາຄາຍ, ຜູ້ຮັບຜິດຊອບເຕັກນິກຂອງໂຄງການດັ່ງກ່າວເປີດເຜີຍວ່າ, ກ້າວທຳອິດຂອງໂຄງການນີ້ຄືເຮັດໃຫ້ລົດໄຟສາມາດແລ່ນດ້ວຍຄວາມໄວ 1000 ກິໂລແມັດຕໍ່ຊົ່ວໂມງ, ເພື່ອຕອບສະໜອງຄວາມຕ້ອງການໃນການເດີນທາງລະຫວ່າງຕົວເມືອງ, ສ່ວນກ້າວທີສອງຈະພັດທະນາໃຫ້ບັນລຸຄວາມໄວສູງສຸດເຖິງ 2000 ກິໂລແມັດຕໍ່ຊົ່ວໂມງ, ເພື່ອສ້າງເປັນທາງລົດໄຟລະດັບຊາດ, ແລະ ເປົ້າໝາຍສຸດທ້າຍກໍ່ຄືສາມາດແລ່ນໃນຄວາມໄວ 4000 ກິໂລແມັດຕໍ່ຊົ່ວໂມງ.


No comments

Powered by Blogger.