ເກົາຫຼີເໜືອ ອອກປະກາດຄວາມສຳເລັດໃນການທົດລອງ ລະເບີດໄຮໂດຣເຈນ - ອິດສະຫຼະ

ເກົາຫຼີເໜືອ ອອກປະກາດຄວາມສຳເລັດໃນການທົດລອງ ລະເບີດໄຮໂດຣເຈນ



ສຳນັກຂ່າວຕ່າງປະເທດລາຍງານ 3 ກັນຍາ 2017 ວ່າ: ສຳນັກຂ່າວ KCNA ກະບອກສຽງຂອງທາງການເກົາຫຼີເໜືອ ອອກປະກາດຄວາມສຳເລັດໃນການທົດລອງລະເບີດນິວເຄຼຍຄັ້ງທີ 6 ເຊິ່ງເກີດຂຶ້ນໃນຕອນທ່ຽງຂອງວັນອາທິດນີ້ ແລະ ເປັນອາວຸດເທີໂມນິວເຄຼຍ ຫຼື ລະເບີດໄຮໂດຣເຈນ ທີ່ສາມາດນຳໄປປະກອບເຂົ້າກັບຫົວຮົບຂອງຂີປະນາວຸດຂ້າມທະວີບ (ICBM) ໃນອະນາຄົດອັນໃກ້ນີ້ ຖືເປັນພັດທະນາການຄັ້ງສຳຄັນຢ່າງຍິ່ງໃນໂຄງການພັດທະນາດ້ານອາວຸດຂອງເກົາຫຼີເໜືອ.

ລາຍງານດັ່ງກ່າວຂອງ KCNA ໄດ້ຮັບການເຜີຍແຜ່ພາຍຫຼັງທີ່ສຳນັກງານສຳຫຼວດທໍລະນີວິທະຍາສະຫະລັດ ອາເມຣິກາ (USGU) ກວດພົບການເກີດແຜ່ນດິນໄຫວຮຸນແຮງ 6.3 ເມື່ອເວລາ 12:36 ນາທີ ຕາມເວລາທ້ອງຖິ່ນ ໃນແຂວງຮຳກະຢອງເໜືອ ທີ່ຢູ່ທາງພາກເໜືອຂອງເກົາຫຼີເໜືອ ບໍ່ຫ່າງຈາກນິຄົມນິວເຄຼຍປຸງກະເຢຣີ ໂດຍແຮງສັ່ນສະເທືອນດັ່ງກ່າວບໍ່ແມ່ນແຜ່ນດິນໄຫວຕາມທຳມະຊາດ ແລະ ມີຄວາມຮຸນແຮງກວ່າການທົດລອງລະເບີດນິວເຄຼຍຄັ້ງທີ 5 ທີ່ຜ່ານມາ ທີ່ເກີດຂຶ້ນໃນເດືອນກັນຍາ ປີ 2016 ປະມານ 9.8 ເທົ່າ ຕາມການປະເມີນຂອງເກົາຫຼີໃຕ້ ເຊິ່ງນ້ຳໜັກຂອງລະເບີດນິວເຄຼຍໃນຄັ້ງນັ້ນຢູ່ທີ່ 10 ກິໂລໂຕນ.


ຫຼັງຈາກເກີດເຫດທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ຮຽກປະຊຸມສຸກເສີນໜ່ວຍງານດ້ານຄວາມໝັ້ນຄົງທັງໝົດ ຂະນະທີ່ທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີຂອງຍີ່ປຸ່ນກ່າວປະນາມລັດຖະບານເກົາຫຼີເໜືອຢ່າງໜັກ ເນື່ອງຈາກເກີດຂຶ້ນພາຍຫຼັງທີ່ເກົາຫຼີເໜືອຍິ່ງຂີປະນາວຸດພິໄສກາງຂ້າມເກາະຮອກໄກໂດ ຂອງຍີ່ປຸ່ນພຽງ 1 ອາທິດ, ດ້ານສະຫະລັດ ອາເມຣິກາ ແລະ ຈີນ ລວມທັງລັດເຊຍ ຍັງບໍ່ສະແດງທ່າທີຢ່າງຊັດເຈນຕໍ່ການທົດລອງລະເບີດນິວເຄຼຍຄັ້ງທີ 6 ຂອງເກົາຫຼີເໜືອ ເຊິ່ງຖືເປັນຄັ້ງທີ 2 ທີ່ມີການກ່າວວ່າເປັນລະເບີດໄຮໂດຣເຈນ ໂດຍຄັ້ງທຳອິດເກີດຂຶ້ນໃນການທົດລອງລະເບີດນິວເຄຼຍຄັ້ງທີ 4 ເມື່ອເດືອນມັງກອນ 2016.


No comments

Powered by Blogger.