ສປປ.ລາວ ອອກແຈ້ງການຕິດຕາມ ແລະ ເຝົ້າລະວັງບຸກຄົນທີ່ກ່ຽວຂ້ອງກັບໂຄງການນິວເຄຼຍເກົາຫຼີເໜືອ - ອິດສະຫຼະ

ສປປ.ລາວ ອອກແຈ້ງການຕິດຕາມ ແລະ ເຝົ້າລະວັງບຸກຄົນທີ່ກ່ຽວຂ້ອງກັບໂຄງການນິວເຄຼຍເກົາຫຼີເໜືອ



ຄະນະກຳມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ສຳນັກງານຂໍ້ມູນຕ້ານການຟອກເງິນ ທະນາຄານແຫ່ງ ສປປ.ລາວ ໄດ້ອອກແຈ້ງການເລກທີ 965/ສຕຟງ ລົງວັນທີ 1 ກັນຍາ 2017 ເຖິງທະນາຄານທຸລະກິດ ແລະ ຜູ້ຈັດການສາຂາທະນາຄານທຸລະກິດຕ່າງປະເທດໃນ ສປປ.ລາວ ເລື່ອງການຕິດຕາມກວດກາ ແລະ ເຝົ້າລະວັງລາຍຊື່ບຸກຄົນ ທີ່ມີສ່ວນກ່ຽວຂ້ອງໃນການແຜ່ຂະຫຍາຍອາວຸດນິວເຄຼຍ, ອາວຸດເຄມີ ແລະ ອາວຸດຊີວະພາບຂອງເກົາຫຼີເໜືອ ພ້ອມທັງມີການສົ່ງມອບອາວຸດ ທີ່ເປັນໄພຄຸກຄາມຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງລະຫວ່າງປະເທດ ພາຍໃຕ້ຍັດຕິ 2371 (2017) ກ່ຽວກັບການຂວໍ້າບາດເກົາຫຼີເໜືອ ຂອງສະຫະປະຊາຊາດ.



No comments

Powered by Blogger.