ອິນເດຍ ແຕ່ງຕັ້ງເພດຍິງເປັນລັດຖະມົນຕີກະຊວງປ້ອງກັນປະເທດ - ອິດສະຫຼະ

ອິນເດຍ ແຕ່ງຕັ້ງເພດຍິງເປັນລັດຖະມົນຕີກະຊວງປ້ອງກັນປະເທດ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 3 ກັນຍາ 2017 ທີ່ຜ່ານມາວ່າ: ທ່ານ ນາງ ສີທາຣາມານ ອາຍຸ 58 ປີ ຖືກປ່ຽນຕຳແໜ່ງຈາກຮອງລັດຖະມົນຕີກະຊວງການຄ້າ ມາຮັບຕຳແໜ່ງລັດຖະມົນຕີກະຊວງປ້ອງກັນປະເທດ ກາຍເປັນຜູ້ຍິງຄົນທຳອິດ ນັບຕັ້ງແຕ່ທ່ານ ນາງ ອິນທິຣາ ຄານທີ ທີ່ດຳລົງຕຳແໜ່ງລັດຖະມົນຕີກະຊວງສຳຄັນດ້ານຄວາມໝັ້ນຄົງນີ້ຄຽງຄູ່ກັບຕຳແໜ່ງນາຍົກລັດຖະມົນຕີເມື່ອ 35 ປີກ່ອນ, ໂດຍທ່ານ ນາງ ສີທາຣາມານ ຈະຮັບຕຳແໜ່ງຕໍ່ຈາກທ່ານ ອະຣຸນ ເຈຕະລີ ທີ່ຄວບ 2 ກະຊວງຄື ກະຊວງປ້ອງກັນປະເທດ ແລະ ກະຊວງການເງິນ.

ການປັບຄະນະລັດຖະບານຄັ້ງນີ້ມີລັດຖະມົນຕີໜ້າໃໝ່ 9 ຄົນ ສາບານຕົນເຂົ້າຮັບຕຳແໜ່ງເມື່ອວັນອາທິດທີ່ຜ່ານມາ ແລະ ລັດຖະມົນຕີເກົ່າ 4 ຄົນເລື່ອນຕຳແໜ່ງ ຖືເປັນການປັບຄັ້ງທີ 3 ຄັ້ງແຕ່ທ່ານ ໂມດີ ເຂົ້າຮັບຕຳແໜ່ງນາຍົກລັດຖະມົນຕີໃນປີ 2014 ແລະ ເຮັດໃຫ້ມີຜູ້ຍິງ 5 ຄົນຢູ່ໃນຄະນະລັດຖະບານ ໂດຍໜຶ່ງໃນຈຳນວນນີ້ຄືທ່ານ ນາງ ຊັດມາ ສະວາຣາດ ລັດຖະມົນຕີກະຊວງການຕ່າງປະເທດ.

ໃນຕຳແໜ່ງລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານ ນາງ ສີທາຣາມານ ຈະເຂົ້າມາຄຸ້ມຄອງເບິ່ງແຍ່ງໂຄງການສ້າງຄວາມທັນສະໄໝໃຫ້ກອງທັບ ທີ່ລັດຖະບານຕັ້ງງົບປະມານຄ່າໃຊ້ຈ່າຍໄວ້ມະຫາສານປະມານ 150,000 ລ້ານໂດລາສະຫະລັດ ເພື່ອຕິດຕັ້ງອາວຸດຍຸດໂທປະກອນທີ່ທັນສະໄໝ ຢ່າງພຽບພ້ອມໃຫ້ກັບທຸກເລົ່າທັບ ນອກຈາກນັ້ນທ່ານ ນາງ ຍັງຕ້ອງເຂົ້າມາແກ້ໄຂສະຖານະການຄວາມເຄັ່ງຕຶງຕາມຊາຍແດນດ້ານທີ່ຕິດກັບ 2 ປະເທດຄູ່ປໍລະປັກຄືຈີນ ແລະ ປາກິດສະຖານ.

ເຖິງຢ່າງໃດກໍ່ຕາມ ອີກໜຶ່ງເປົ້າໝາຍຫຼັກຂອງການປັບປຸງຄະນະລັດຖະບານໃນຄັ້ງນີ້ຄື ຄວາມພະຍາຍາມທີ່ຈະເຮັດໃຫ້ເສດຖະກິດຂະຫຍາຍຕົວ ເພື່ອໃຫ້ເປັນໄປຕາມເປົ້າໝາຍທີ່ວາງໄວ ກ່ອນຈະເຖິງການເລືອກຕັ້ງທົ່ວໄປຄັ້ງຕໍ່ໄປໃນປີ 2019 ໂດຍອິນເດຍເປັນປະເທດເສດຖະກິດຂະໜາດໃຫຍ່ສຸດອັນດັບ 3 ຂອງອາຊີ ຮອງຈາກຈີນ ແລະ ຍີ່ປຸ່ນ ເສດຖະກິດຂອງອິນເດຍອ່ອນແອສຸດໃນຮອບ 3 ປີ ໃນໄລຍະໄຕມາດສຸດທ້າຍຂອງປີທີ່ຜ່ານມາ ແລະ ລັດຖະບານໃຫ້ຄຳໝັ້ນສັນຍາວ່າຈະກະຕຸ້ນການຜະລິດ ແລະ ສ້າງວຽກເຮັດງານທຳໃຫ້ຫຼາຍຂຶ້ນ ສຳລັບແຮງງານໄວໜຸ່ມ.

No comments

Powered by Blogger.