ຜູ້ນຳຈີນຮຽກຮ້ອງສົ່ງເສີມການຄ້າເສລີ ແລະ ເສດຖະກິດໂລກເປີດ - ອິດສະຫຼະ

ຜູ້ນຳຈີນຮຽກຮ້ອງສົ່ງເສີມການຄ້າເສລີ ແລະ ເສດຖະກິດໂລກເປີດ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 3 ກັນຍາ 2017 ທີ່ຜ່ານມາວ່າ: ທ່ານ ສີ ຈິ້ນຜິງ ປະທານປະເທດຈີນຂຶ້ນກ່າວປາໄສໃນພິທີເປີດການປະຊຸມສຸດຍອດ Brics Business Forum 2017 ທີ່ເມືອງເຊຍເໝິນ ມົນທົນຝູຈ້ຽນ ທາງພາກຕາເວັນອອກສຽງໃຕ້ຂອງຈີນ ເມື່ອວັນອາທິດທີ່ຜ່ານມາ ເຊິ່ງທ່ານ ສີ ໄດ້ຮຽກຮ້ອງໃຫ້ກຸ່ມ Brics ລວມພະລັງຕໍ່ຕ້ານລັດທິຄຸ້ມຄອງການຄ້າ, ການສົ່ງເສີມການຄ້າເສລີ ແລະ ເສດຖະກິດໂລກເປີດ.

ທ່ານ ສີ ກ່າວອີກວ່າ ລັດຖະບານຈີນຈະກະຕຸ້ນບໍລິສັດຂອງຈີນໃຫ້ເດີນໜ້າລົງທຶນໃນຕ່າງປະເທດທົ່ວໂລກຕໍ່ໄປ ແລະ ຈີນ ຍິນດີຕ້ອນຮັບສະເໝີສຳລັບບໍລິສັດຂອງຕ່າງປະເທດທີ່ຈະເຂົ້າມາລົງທຶນໃນຈີນ ເຊິ່ງຈີນເປັນປະເທດເສດຖະກິດຂະໜາດໃຫຍ່ອັນດັບ 2 ຂອງໂລກ ຮອງຈາກສະຫະລັດ ອາເມຣິກາ.


Brics ເປັນການລວມຕົວກັນຂອງກຸ່ມປະເທດທີ່ມີການພັດທະນາທາງເສດຖະກິດຢ່າງວ່ອງໄວ ປະກອບດ້ວຍ ຈີນ, ເບຣຊິນ, ລັດເຊຍ, ອິນເດຍ ແລະ ອາຟຣິກາໃຕ້ ການປະຊຸມຈະດຳເນີນໄປເປັນເວລາ 2 ວັນ ລະຫວ່າງວັນທີ 3-4 ກັນຍາ 2017 ນີ້.

No comments

Powered by Blogger.