ເກົາຫຼີໃຕ້ ຊ້ອມຮົບຄັ້ງໃຫຍ່ ພາຍຫຼັງທີ່ເກົາຫຼີເໜືອທົດລອງລະເບີດນິວເຄຼຍ - ອິດສະຫຼະ

ເກົາຫຼີໃຕ້ ຊ້ອມຮົບຄັ້ງໃຫຍ່ ພາຍຫຼັງທີ່ເກົາຫຼີເໜືອທົດລອງລະເບີດນິວເຄຼຍ



ສຳນັກຂ່າວຕ່າງປະເທດລາຍງານ 4 ກັນຍາ 2017 ວ່າ: ຄະນະເສນາທິການທະຫານຮ່ວມເກົາຫຼີໃຕ້ອອກຖະແຫຼງການວ່າ ກອງທັບບົກ ແລະ ກອງທັບອາກາດປະຕິບັດການເຝິກຊ້ອມຮົບຄັ້ງຍິ່ງໃຫຍ່ຮ່ວມກັນໃນວັນຈັນນີ້ ບໍລິເວນທະເລຕາເວັນອອກ ໂດຍການເຝິກຊ້ອມຄັ້ງນີ້ລວມໄປເຖິງການທົດລອງປະສິດທິພາບຂອງລະບົບປ້ອງກັນຂີປະນາວຸດຈາກອາກາດສູ່ພື້ນ ແລະ ການທົດສອບປະສິດທິພາບຂອງຂີປະນາວຸດພິໄພກາງ ຮະຢອນມູ

ການເຄື່ອນໄຫວດັ່ງກ່າວຂອງກອງທັບເກົາຫຼີໃຕ້ເກີດຂຶ້ນພຽງ 1 ວັນພາຍຫຼັງທີ່ເກົາຫຼີເໜືອປະກາດຄວາມສຳເລັດໃນການທົດລອງລະເບີດນິວເຄຼຍ ຄັ້ງທີ 6 ເຊິ່ງເປັນລະເບີດໄຮໂດຣເຈນທີ່ສາມາດນຳໄປຕິດຕັ້ງເຂົ້າກັບຫົວຮົບຂີປະນາວຸດຂ້າມທະວີບ (ICBM) ໃນອະນາຄົດ ນອກຈາກນີ້ການທົດລອງລະເບີດນິວເຄຼຍໃນຄັ້ງນີ້ຍັງຖືເປັນຄັ້ງທີ 4 ແລ້ວໃນສະໄໝຂອງທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດລຸ້ນທີ 3 ຂອງລັດຖະບານເກົາຫຼີເໜືອ.


No comments

Powered by Blogger.