ປ.ທຣຳ ກ່າວຈະຕັດຂາດຄວາມສຳພັນການຄ້າກັບທຸກປະເທດ ທີ່ເຮັດທຸລະກິດກັບເກົາຫຼີເໜືອ - ອິດສະຫຼະ

ປ.ທຣຳ ກ່າວຈະຕັດຂາດຄວາມສຳພັນການຄ້າກັບທຸກປະເທດ ທີ່ເຮັດທຸລະກິດກັບເກົາຫຼີເໜືອ



ສຳນັກຂ່າວຕ່າງປະເທດລາຍງານ 4 ກັນຍາ 2017 ທີ່ຜ່ານມາວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ໄດ້ລົງຂໍ້ຄວາມປະກາດຜ່ານ Twitter ວ່າ ສະຫະລັດ ອາເມຣິກາ ກຳລັງພິຈາລະນາຢຸດຕິຄວາມສຳພັນທາງການຄ້າກັບທຸກປະເທດທີ່ເຮັດທຸລະກິດກັບເກົາຫຼີເໜືອ ເພື່ອເປັນໜຶ່ງໃນມາດຕະການຕອບໂຕ້ເກົາຫຼີເໜືອ ທີ່ໄດ້ມີການທົດລອງລະເບີດນິວເຄຼຍ ຄັ້ງທີ 6 ເມື່ອວັນທີ 3 ກັນຍາ 2017 ທີ່ຜ່ານມາ.


ໃນດ້ານຂອງທ່ານ ສະຕີເຟນ ມະນູຊິນ ລັດຖະມົນຕີກະຊວງການເງິນຂອງສະຫະລັດ ອາເມຣິກາ ກ່າວກ່ອນໜ້ານີ້ວ່າ ກະຊວງການເງິນຂອງສ.ອາເມຣິກາ ກຳລັງຮ່າງແຜນມາດຕະການຂວໍ້າບາດຕໍ່ເກົາຫຼີເໜືອສະບັບໃໝ່ ເພື່ອສົ່ງໃຫ້ທ່ານ ໂດໂນ ທຣຳ ພິຈາລະນາ ເຊິ່ງມາດຕະການຂວໍ້າບາດເກົາຫຼີເໜືອສະບັບໃໝ່ນີ້ ຈະເຮັດໃຫ້ປະເທດທີ່ມີການຄ້າກັບເກົາຫຼີເໜືອ ຫຼື ເຮັດທຸລະກິດກັບເກົາຫຼີເໜືອບໍ່ສາມາດເຮັດການຄ້າ ຫຼື ທຸລະກິດຮ່ວມກັບສ.ອາເມຣິກາໄດ້ ເຊິ່ງທ່ານ ສະຕີເຟນ ເຊື່ອໝັ້ນວ່າຈະເຮັດໃຫ້ເກົາຫຼີເໜືອຖືກຕັດຄວາມສຳພັນທາງການຄ້າກັບທົ່ວໂລກ.

ແຜນການຂວໍ້າບາດດັ່ງກ່າວຈະສົ່ງຜົນກະທົບໂດຍກົງຕໍ່ຈີນ ເຊິ່ງເປັນປະເທດພັນທະມິດກັບເກົາຫຼີເໜືອ ແລະ ນຳເຂົ້າສິນຄ້າຈາກເກົາຫຼີເໜືອສູງເຖິງ 90% ຂອງສິນຄ້າທີ່ເກົາຫຼີເໜືອສົ່ງອອກທັງໝົດ ເຊິ່ງທ່ານ ທຣຳ ເຄີຍກ່າວຫຼາຍຄັ້ງວ່າ ຕ້ອງການໃຫ້ຈີນເພີ່ມແຮງກົດດກັນເກົາຫຼີເໜືອ ເພື່ອໃຫ້ຢຸດຕິໂຄງການພັດທະນາຂີປະນາວຸດ ແລະ ນິວເຄຼຍ.

ຂະນະທີ່ຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ຈະໄດ້ຈັດປະຊຸມສຸກເສີນໃນວັນຈັນນີ້ ເພື່ອປຶກສາຫາລືມາດຕະການຮ່ວມກັນຂອງນານາຊາດທີ່ຈະໃຊ້ຕອບໂຕ້ເກົາຫຼີເໜືອ.



No comments

Powered by Blogger.