ຈີນ ແລະ ລັດເຊຍ ຖະແຫຼງຮ່ວມຂໍໃຫ້ທຸກຝ່າຍແກ້ໄຂສະຖານະການແຫຼມເກົາຫຼີຢ່າງສຸຂຸມ ແລະ ຮອບຄອບ - ອິດສະຫຼະ

ຈີນ ແລະ ລັດເຊຍ ຖະແຫຼງຮ່ວມຂໍໃຫ້ທຸກຝ່າຍແກ້ໄຂສະຖານະການແຫຼມເກົາຫຼີຢ່າງສຸຂຸມ ແລະ ຮອບຄອບ



ສຳນັກຂ່າວຕ່າງປະເທດລາຍງານ 4 ກັນຍາ 2017 ວ່າ: ຈີນ ແລະ ລັດເຊຍ ອອກຖະແຫຼງການປະນາມເຫດການທີ່ເກົາຫຼີເໜືອທົດລອງລະເບີດນິວເຄຼຍ ຄັ້ງທີ 6 ເມື່ອວັນທີ 3 ກັນຍາ 2017 ທີ່ຜ່ານມາ ແລະ ຍັງຄົງມີຈຸດຢືນຮ່ວມກັນຄື ເຕືອນໃຫ້ຄູ່ກໍລະນີທຸກຝ່າຍແກ້ໄຂສະຖານະການດ້ວຍຄວາມສຸຂຸມ ແລະ ຮອບຄອບ ເນື່ອງຈາກສະຖານະການຢູ່ແຫຼມເກົາຫຼີມີຄວາມຊັບຊ້ອນ ທີ່ມີການຕັ້ງຄຳຖາມວ່າ ໃນຂະນະທີ່ສະຫະລັດ ອາເມຣິກາ ບໍ່ຕ້ອງການຍອມຮັບເກົາຫຼີເໜືອໃນຖານະລັດນິວເຄຼຍ ແລະ ການປົດອາວຸດນິວເຄຼຍຢູ່ແຫຼມເກົາຫຼີຢ່າງຖາວອນ ເປັນເປົ້າໝາຍສຸດທ້າຍສ.ອາເມຣິກາໃນພູມມິພາກນີ້ບໍ່.


No comments

Powered by Blogger.