(ວິດີໂອ) ລັດເຊຍ ໂຈມຕີຖານທີ່ໝັ້ນຂອງກຸ່ມ IS ໃນຊີຣີ - ອິດສະຫຼະ

(ວິດີໂອ) ລັດເຊຍ ໂຈມຕີຖານທີ່ໝັ້ນຂອງກຸ່ມ IS ໃນຊີຣີ



ສຳນັກຂ່າວຕ່າງປະເທດລາຍງານ 5 ກັນຍາ 2017 ວ່າ: ກະຊວງປ້ອງກັນປະເທດລັດເຊຍຖະແຫຼງວ່າ ເຮືອ Admiral Essen ຂອງກອງທັບເຮືອລັດເຊຍ ທີ່ລອຍລຳຢູ່ໃນນ່ານນ້ຳທະເລເມດີເຕເຣນຽນຍິງຈະຫຼວດໂຈມຕີເປົ້າໝາຍກຸ່ມ IS ທີ່ຢູ່ຊານເມືອງເດອີ ເອຊຊໍ (Deir ez-Zor) ພາກຕາເວັນອອກຂອງຊີຣີ ໃນວັນອັງຄານນີ້ ເພື່ອຊ່ວຍເຫຼືອການບຸກໂຈມຕີພາກພື້ນດິນຂອງທະຫານກອງທັບຊີຣີ.

ການຍິງໂຈມຕີຈາກເຮືອ Admiral Essen ສາມາດທຳລາຍສູນບັນຊາການ, ສະຖານນີສື່ສານ, ຄັງອາວຸດ, ກະລາແປງລົດຕັ້ງ ຂອງກຸ່ມ IS ແລະ ເຮັດໃຫ້ນັກຮົບ IS ເສຍຊີວິດເປັນຈຳນວນຫຼາຍ ໂດຍການໂຈມຕີເກີດຂຶ້ນພາຍຫຼັງທີ່ມີແຫຼ່ງຂ່າວລະບຸວ່າ ຖານທີ່ໝັ້ນຂອງ IS ແຫ່ງນີ້ມີນັກຮົບ IS ທີ່ມາຈາກລັດເຊຍ ແລະ ຈາກອະດີດປະເທດໃນສະຫະພາບໂຊວຽດປະເທດໜຶ່ງປະຈຳຢູ່ໃນກອງກຳລັງດັ່ງກ່າວ.

ຖະແຫຼງການຍັງລະບຸຕື່ມອີກວ່າ ທະຫານລັດເຊຍ 2 ຄົນເສຍຊີວິດ ເມື່ອຄືນວັນຈັນທີ່ຜ່ານມາ ຂະນະທີ່ຂະບວນລົດຄຸ້ມກັນຄະນະເຈົ້າໜ້າທີ່ລັດເຊຍທີ່ເດີນທາງໄປກວດສອບການປະຕິບັດຕາມຂໍ້ຕົກລົງຢຸດຍິງ ຖືກກຸ່ມຄົນຮ້າຍດັກຊຸ້ມໂຈມຕີດ້ວຍປືນໃຫຍ່ ໃນເສັ້ນທາງນອກເມືອງເດອີ ເອຊຊໍ ທະຫານລັດເຊຍຄົນໜຶ່ງເສຍຊີວິດຄາທີ ສ່ວນອີກຄົນໜຶ່ງເສຍຊີວິດທີ່ໂຮງໝໍ.


No comments

Powered by Blogger.