ຈີນກ່າວ ການທີ່ ປ.ທຣຳ ຂູ່ຕັດຄວາມສຳພັນທາງການຄ້າເພາະເກົາຫຼີເໜືອ ບໍ່ຍຸດຕິທຳ - ອິດສະຫຼະ

ຈີນກ່າວ ການທີ່ ປ.ທຣຳ ຂູ່ຕັດຄວາມສຳພັນທາງການຄ້າເພາະເກົາຫຼີເໜືອ ບໍ່ຍຸດຕິທຳ



ເມື່ອວັນທີ 5 ກັນຍາ 2017 ທີ່ຜ່ານມາ: ທ່ານ ເກິ້ງ ສ່ວງ ໂຄສົກກະຊວງການຕ່າງປະເທດຂອງຈີນກ່າວໃນຕອນໜຶ່ງຂອງການຖະແຫຼງປະຈຳວັນຈັນທີ່ຜ່ານມາວ່າ ການທີ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ຂົ່ມຂູ່ຈະຕັດຄວາມສຳພັນທາງການຄ້າກັບປະເທດທີ່ມີການຮ່ວມມືທາງເສດຖະກິດກັບເກົາຫຼີເໜືອນັ້ນ ຖືເປັນແນວຄິດທີ່ບໍ່ຍຸດຕິທຳ ເນື່ອງຈາກໃນຂະນະທີ່ລັດຖະບານຈີນພະຍາຍາມໃຊ້ແນວທາງສັນຕິເພື່ອຜ່ອນຄ່າຍສະຖານະການ ຜົນປະໂຫຍດຂອງຈີນໄດ້ຮັບຜົນກະທົບ ແລະ ເກີດການສູນເສຍຈາກມາດຕະການຂວໍ້າບາດມາຕະຫຼອດ.

ເຊິ່ງປັດຈຸບັນມູນຄ່າການນຳເຂົ້າສູນຄ້າຈາກຈີນຂອງສະຫະລັດ ອາເມຣິກາຢູ່ທີ່ປະມານ 40,000 ລ້ານໂດລາສະຫະລັດຕໍ່ເດືອນ, ເຖິງຢ່າງໃດກໍ່ຕາມ ບັນດານັກວິເພາະໃນ Wall Street ຕ່າງກໍ່ກ່າວວ່າ ຄຳເວົ້າຂອງທ່ານ ທຣຳ ເປັນພຽງຄຳຂູ່ລອຍລົມ ເນື່ອງຈາກການຕັດຄວາມສຳພັນທາງການຄ້າກັບຈີນເປັນເລື່ອງທີ່ບໍ່ມີທາງເປັນໄປໄດ້ ແລະ ເສດຖະກິດຂອງສະຫະລັດຈະເປັນຝ່າຍສູນເສຍບໍ່ໜ້ອຍໄປກວ່າຈີນ.
ຂະນະທີ່ທ່ານ ຫຼິວ ຈີອີ້ ເອກອັກຄະລັດຖະທູດຈີນປະຈຳສະຫະປະຊາຊາດ (UN) ກ່າວຕໍ່ທີ່ປະຊຸມ UNSC ເມື່ອວັນຈັນທີ່ຜ່ານມາວ່າ ເກົາຫຼີເໜືອຕ້ອງຢຸດໃນການເດີນທາງທີ່ຜິດ ທີ່ມີແຕ່ຈະເປັນການທຳລາຍຜົນປະໂຫຍດຂອງເກົາຫຼີເໜືອເອງໃນອະນາຄົດ, ດ້ານທ່ານ ວາສຊິລີ ເນເບນເຊຍ ເອກອັກຄະລັດຖະທູດລັດເຊຍປະຈຳ UN ກ່າວວ່າ ການໃຊ້ແຕ່ມາດຕະການຂວໍ້າບາດບໍ່ສາມາດແກ້ໄຂບັນຫາເລື່ອງເກົາຫຼີເໜືອໄດ້ ພາຍຫຼັງທີ່ທ່ານ ນາງ ນິກກີ ເຮລີ ເອກອັກຄະລັດຖະທູດສະຫະລັດ ອາເມຣິກາ ປະຈຳ UN ກ່າວຮຽກຮ້ອງໃຫ້ UNSC ໃຊ້ມາດຕະການຂັ້ນເດັດຂາດ ແລະ ລັດຖະບານສະຫະລັດ ອາເມຣິກາຢູ່ລະຫວ່າງການຮ່າງແຜນການຂວໍ້າບາດສະບັບໃໝ່ ເພື່ອໃຊ້ລົງໂທດທີ່ເກົາຫຼີເໜືອທົດສອບລະເບີດນິວເຄຼຍ ຄັ້ງທີ 6 ເມື່ອວັນທີ 3 ກັນຍາ 2017 ທີ່ຜ່ານມາ.


No comments

Powered by Blogger.