ສ.ອາເມຣິກາ ຈະຂາຍອາວຸດທີ່ທັນສະໄໝໃຫ້ເກົາຫຼີໃຕ້ ແລະ ຍີ່ປຸ່ນ - ອິດສະຫຼະ

ສ.ອາເມຣິກາ ຈະຂາຍອາວຸດທີ່ທັນສະໄໝໃຫ້ເກົາຫຼີໃຕ້ ແລະ ຍີ່ປຸ່ນ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 5 ກັນຍາ 2017 ທີ່ຜ່ານມາວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາລົງຂໍ້ຄວາມໃນ Twitter ວ່າ "ຂ້າພະເຈົ້າອະນຸມັດໃຫ້ຍີ່ປຸ່ນ ແລະ ເກົາຫຼີໃຕ້ຊື່ອຸປະກອນກອງທັບທີ່ມີປະສິດທິພາບສູງຂອງສະຫະລັດ ອາເມຣິກາໄດ້ອີກຈຳນວນຫຼາຍ"

ຖະແຫຼງການຂອງຜູ້ນຳສະຫະລັດ ອາເມຣິກາ ດັ່ງກ່າວເກີດຂຶ້ນພາຍຫຼັງທີ່ເກົາຫຼີເໜືອທົດລອງລະເບີດນິວເຄຼຍ ຄັ້ງທີ 6 ເມື່ອວັນທີ 3 ກັນຍາ 2017 ທີ່ຜ່ານມາ ເຊິ່ງເປັນລະເບີດໄຮໂດຣເຈນ ທີ່ອອກແບບມາເພື່ອຕິດຕັ້ງໃນຂີປະນາວຸດພິໄສໄກ ສ້າງຄວາມແຕກຕື່ນໄປທົ່ວໂລກ ເນື່ອງຈາກເປັນການທົດລອງລະເບີດທີ່ມີພະລັງສູງສຸດຂອງເກົາຫຼີເໜືອເທົ່າທີ່ເຄີຍມີມາ.

ເຊິ່ງທ່ານ ທຣຳ ບໍ່ໄດ້ລະບຸລາຍລະອຽດກ່ຽວກັບຊະນິດຂອງອາວຸດ ແລະ ອຸປະກອນທີ່ຈະຂາຍໃຫ້ 2 ປະເທດພັນທະມິດ ແຕ່ຖະແຫຼງການຂອງທຳນຽມຂາວກ່າວວ່າ ທ່ານ ທຣຳ ພ້ອມຈະອະນຸມັດຂາຍອາວຸດ ແລະ ອຸປະກອນກອງທັບມູນຄ່າຫຼາຍພັນລ້ານໂດລາສະຫະລັດ ໃຫ້ເກົາຫຼີໃຕ້.


No comments

Powered by Blogger.