ພັກຝ່າຍຄ້ານກຳປູເຈຍ ມີຄວາມສ່ຽງວ່າຈະຖືກຕັດສິດການເລືອກຕັ້ງທີ່ຈະມາເຖິງນີ້ - ອິດສະຫຼະ

ພັກຝ່າຍຄ້ານກຳປູເຈຍ ມີຄວາມສ່ຽງວ່າຈະຖືກຕັດສິດການເລືອກຕັ້ງທີ່ຈະມາເຖິງນີ້



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 6 ກັນຍາ 2017 ທີ່ຜ່ານມາວ່າ: ທ່ານ ເຟີຍ ສີພັນ ໂຄສົກຄະນະລັດຖະບານກຳປູເຈຍ ຖະແຫຼງເມື່ອວັນອັງຄານທີ່ຜ່ານມາ ພາຍຫຼັງທີ່ສານນະຄອນພະນົມເປັນດຳເນີນຄະດີກັບທ່ານ ເກິມ ສຸຂາ ຫົວໜ້າພັກກູ້ຊາດກຳປູເຈຍ ໃນຂໍ້ຫາວ່າເປັນກະບົດ ຈາກການສົມຄົບຄິດກັບກຸ່ມຊາວຕ່າງປະເທດ ເພື່ອລົ້ມລ້າງອຳນາດລັດທີ່ນຳໂດຍສົມເດັດ ຮຸນ ເຊນ ໂດຍມີການວ່າງແຜນມາຢ່າງຍາວນານຕັ້ງແຕ່ປີ 1993 ແລະ ທ່ານ ເກິມ ສຸຂາ ອາດຕ້ອງຮັບໂທດຕິດຄຸກເຖິງ 30 ປີ ຫາກສານພິຈາລະນາວ່າມີຄວາມຜິດຈິງ ເຊິ່ງພັກກູ້ຊາດກຳປູເຈຍຕ້ອງແຕ່ງຕັ້ງຮັກສາການຫົວໜ້າພັກ ບໍ່ດັ່ງນັ້ນຈະຖືກເປັນການລະເມີດກົດໝາຍການເລືອກຕັ້ງ ທີ່ລະບຸເຖິງການຍຸບພັກການເມືອງທີ່ກ່ຽວຂ້ອງກັບບຸກຄົນທີ່ມີຄະດີອາຍາ.

ເຖິງຢ່າງໃດກໍ່ຕາມທ່ານ ນາງ ເກິມ ມະໂນວິທະຍາ ລູກສາວຂອງທ່ານ ເກິມ ສຸຂາ ເຊິ່ງເປັນໜຶ່ງໃນສະມາຊິກພັກກູ້ຊາດກຳປູເຈຍກ່າວວ່າ ຄະນະກຳມະການບໍລິຫານພັກມີມະຕິຊັດເຈນວ່າ ຈະບໍ່ມີການແຕ່ງຕັ້ງຮັກສາການຫົວໜ້າພັກ ຫຼື ຫົວໜ້າພັກຄົນໃໝ່ ແລະ ກ່າວປະນາມລັດຖະບານວ່າ ຕ້ອງການທຳລາຍພັກກູ້ຊາດກຳປູເຈຍໃຫ້ໝົດໄປ ກ່ອນການເລືອກຕັ້ງທົ່ວໄປທີ່ຈະມາເຖິງໃນເດືອນກໍລະກົດ ປີໜ້າ ເພາະຜູ້ສະໝັກຈາກພັກກູ້ຊາດກຳປູເຈຍສາມາດເຮັດຜົນງານໄດ້ດີ ໃນການເລືອກຕັ້ງທ້ອງຖິ່ນເມື່ອເດືອນມິຖຸນາ 2017 ທີ່ຜ່ານມາ.
ໃນດ້ານຂອງກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ອອກຖະແຫຼງການສະແດງຄວາມເປັນຫ່ວງຕໍ່ການຈັບກຸມ ແລະ ດຳເນີນຄະດີກັບທ່ານ ເກິມ ສຸຂາ ພ້ອມທັງຕັ້ງຄຳຖາມກ່ຽວກັບປະສິດທິພາບຂອງລັດຖະບານສົມເດັດ ຮຸນ ເຊນ ໃນການຈັດການເລືອກຕັ້ງທົ່ວໄປຄັ້ງໃໝ່ທີ່ຈະມາເຖິງ.



No comments

Powered by Blogger.