ອອງ ຊານ ຊູຈີ ຢືນຢັນວ່າ ປົກປ້ອງປະຊາຊົນທຸກຄົນ ໃນລັດຍະໄຂ່ ຢ່າງເທົ່າທຽມ - ອິດສະຫຼະ

ອອງ ຊານ ຊູຈີ ຢືນຢັນວ່າ ປົກປ້ອງປະຊາຊົນທຸກຄົນ ໃນລັດຍະໄຂ່ ຢ່າງເທົ່າທຽມ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 6 ກັນຍາ 2017 ທີ່ຜ່ານມາວ່າ: ທ່ານ ນາງ ອອງ ຊານ ຊູຈີ ມົນຕີແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດມຽນມາ (ຜູ້ນຳສູງສຸດຂອງມຽນມາດ້ານພຶດຕິໄນ) ກ່າວວ່າ ລັດຖະບານຂອງທ່ານພະຍາຍາມເພື່ອໃຫ້ດີທີ່ສຸດໃນການປົກປ້ອງປະຊາຊົນທຸກຄົນ ໃນໄລຍະໄຂ່ ໃນຂະນະທີ່ກອງທັບມຽນມາສູ້ຮົບກັບກຸ່ມກໍ່ການຮ້າຍ ທີ່ກໍ່ເຫດຕາມຈຸດກວດຂອງເຈົ້າໜ້າທີ່ຫຼາຍຄັ້ງ ນັບຕັ້ງແຕ່ເດືອນຕຸລາ ປີທີ່ຜ່ານມາ, ຂະນະດຽວກັນທ່ານກໍ່ໄດ້ຂໍໃຫ້ທຸກຝ່າຍຮັບຂ່າວສານດ້ວຍຄວາມລະມັດລະວັງ ເນື່ອງຈາກໃນຕອນນີ້ມີຜູ້ບໍ່ຫວັງດີເຈດຕະນາເຜີຍແຜ່ຂໍ້ມູນທີ່ບໍ່ມີມູນຄວາມຈິງ ກ່ຽວກັບສະຖານະການໃນລັດຍະໄຂ່ ບໍ່ແມ່ນພຽງແຕ່ເພື່ອສ້າງຄວາມເຂົ້າໃຈທີ່ຜິດພາດໃຫ້ແກ່ປະຊາຊົນ ແຕ່ຍັງຫວັງເພື່ອໃຫ້ເປັນການປຸກລະດົມໃຫ້ວິກິດການຄັ້ງນີ້ບານປາຍຂຶ້ນຕື່ມ.

ເຊິ່ງທ່ານ ນາງ ຊູຈູ ໄດ້ກ່າວເລື່ອງນີ້ໃນລະຫວ່າງການສົນທະນາທາງໂທລະສັບກັບທ່ານ ເຣເຊບ ເທຢິບ ເອີໂດກັນ ປະທານປະເທດຕວັກກີ ເມື່ອວັນອັງຄານທີ່ຜ່ານມາ ໃນກໍລະນີທີ່ທ່ານ ເມເມດ ຊິມເຊກ ຮອງນາຍົກລັດຖະມົນຕີຕວັກກີ ລົງຮູບພາບໃນ Twitter ສ່ວນຕົວ ເຊິ່ງເປັນຮູບຂອງກຸ່ມຜູ້ເສຍຊີວິດຊາວໂຣຮິງຢາຈຳນວນຫຼາຍ ແຕ່ຄວາມຈິງແລ້ວບໍ່ແມ່ນມາຈາກເຫດການຄວາມຮຸນແຮງໃນລັດຍະໄຂ່ ກ່ອນທີ່ຈະລົບອອກໃນເວລາຕໍ່ມາ ທ່ານ ນາງ ຊູຈີ ກ່າວວ່າເຫດການທີ່ເກີດຂຶ້ນເປັນຕົວຢ່າງຂອງການເຜີຍແຜ່ຂໍ້ມູນທີ່ຜິດພາດ ແລະ ກາຍເປັນການປະຊາສຳພັນໃຫ້ກຸ່ມກໍ່ການຮ້າຍໂດຍບໍ່ຮູ້ຕົວ.


ສະຖານະການຄວາມຮຸນແຮງໃນລັດຍະໄຂ່ຮອບໃໝ່ນີ້ເກີດຂຶ້ນເມື່ອວັນທີ 25 ສິງຫາ 2017 ທີ່ຜ່ານມາ ເປັນການສູ້ຮົບລະຫວ່າງກອງທັບມຽນມາກັບກອງທັບກອບກູ້ໂຣຮິງຢາແຫ່ງອາຣະກັນ (ARSA) ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 400 ຄົນ ແລະ ຊາວໂຣຮິງຢາຫຼາຍກວ່າ 125,000 ຄົນລີ້ໄພຂ້າມຊາຍແດນໄປຍັງປະເທດບັງກະລາເທດ ເຊິ່ງລາຍງານຂອງສະຫະປະຊາຊາດລະບຸວ່າ 80% ຂອງຜູ້ອົບພະຍົບຍັງເປັນຜູ້ຍິງ ແລະ ເດັກນ້ອຍ ພ້ອມທັງສະແດງຄວາມເປັນຫ່ວງກ່ຽວກັບການເກີດວິກິດການດ້ານມະນຸດ, ໃນດ້ານຂອງທ່ານ ອັນໂຕນິໂອ ກູເຕເຣສ ເລຂາທິການໃຫຍ່ສະຫະປະຊາຊາດ ຍັງຄົງເດີນໜ້າຮຽກຮ້ອງໃຫ້ລັດຖະບານມຽນມາມອບສັນຊາດໃຫ້ແກ່ຊ່າວໂຣຮິງຢາໃນປະເທດທີ່ມີຢູ່ປະມານ 1.1 ລ້ານຄົນ ແລະ ສ່ວນໃຫຍ່ອາໄສຢູ່ໃນລັດຍະໄຂ່.


No comments

Powered by Blogger.