ຜູ້ນຳເກົາຫຼີໃຕ້ ປຶກສາຫາລືຜູ້ນຳລັດເຊຍ ເຖິງບັນຫາເກົາຫຼີເໜືອ - ອິດສະຫຼະ

ຜູ້ນຳເກົາຫຼີໃຕ້ ປຶກສາຫາລືຜູ້ນຳລັດເຊຍ ເຖິງບັນຫາເກົາຫຼີເໜືອ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 6 ກັນຍາ 2017 ທີ່ຜ່ານມາວ່າ: ທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ພົບປະເພື່ອປຶກສາຫາລືກັບທ່ານ ປູຕິນ ປະທານປະເທດລັດເຊຍ ນອກຮອບການປະຊຸມເສດຖະກິດຕາເວັນອອກ ທີ່ເມືອງວະລາດິວອສຕັອກ ປະເທດລັດເຊຍ ໂດຍໜຶ່ງໃນບັນຫາສຳຄັນຂອງການໂອ້ລົມກັນຄື ສະຖານະການຢູ່ແຫຼມເກົາຫຼີ ທີ່ຜູ້ນຳທັງສອງປະເທດເຫັນດີຮ່ວມກັນໃນການເພີ່ມຄວາມພະຍາຍາມຕາມແນວທາງຢ່າງສັນຕິ ໃນການຢຸດຢັ້ງບໍ່ໃຫ້ເກົາຫຼີເໜືອສະແດງການຂົ່ມຂູ່ອີກ ພາຍລັງທີ່ເກົາຫຼີເໜືອທົດລອງລະເບີດນິວເຄຼຍ ຄັ້ງທີ 6 ເຊິ່ງເປັນລະເບີດໄຮໂດຣເຈນ ເມື່ອວັນທີ 3 ກັນຍາ 2017 ທີ່ຜ່ານມາ.

ໃນຂະນະດຽວກັນທ່ານ ປູຕິນ ກ່າວວ່າລັດເຊຍບໍ່ສາມາດຮອງຮັບເກົາຫຼີເໜືອໃນຖານະລັດນິວເຄຼຍໄດ້ ແຕ່ເຕືອນວ່າການເພີ່ມມາດຕະການຂວໍ້າບາດບໍ່ແມ່ນທາງອອກທີ່ດີທີ່ສຸດ ໂດຍມີການລາຍວ່າຜູ້ນຳລັດເຊຍບໍ່ສະແດງທ່າທີຢ່າງຊັດເຈນ ເມື່ອຜູ້ນຳເກົາຫຼີໃຕ້ຂໍຄວາມຮ່ວມມືຈາກລັດຖະບານລັດເຊຍ ໃນການສະໜັບສະໜູນການຍົກລະດັບການຂວໍ້າບາດເກົາຫຼີເໜືອດ້ວຍການເພີ່ມຂີດຈຳກັດໃນດ້ານອຸດສາຫະກຳນ້ຳມັນ ທີ່ລວມໄປເຖິງການຫຼຸດຜ່ອນການສົ່ງອອກນ້ຳມັນໄປຍັງເກົາຫຼີເໜືອ ເຊິ່ງເປັນທ່າທີຄ້າຍຄືກັບຈີນ ແຕ່ທ່ານ ປູຕິນ ກ່າວຢ້ຳວ່າ ການເຈລະຈາຕາມແນວທາງສັນຕິເທົ່ານັ້ນ ຄືວິທີການທີ່ເໝາະສົມທີ່ສຸດໃນການຜ່ອນຄາຍຄວາມຂັດແຍ່ງ.

ໃນດ້ານຂອງຜູ້ນຳເກົາຫຼີໃຕ້ກ່າວເພີ່ມເຕີມວ່າ ສະຖານະການຢູ່ແຫຼມເກົາຫຼີ ອາດເຖິງຈຸດທີ່ຍາກເກີນກວ່າການຄວບຄຸມ ຫາກເກົາຫຼີເໜືອຍັງເດີນໜ້າສະແດງພຶດຕິກຳຂົ່ມຂູ່ແບບນີ້ຕໍ່ໄປ ແລະ ເກົາຫຼີໃຕ້ຕ້ອງການປະຕິບັດງານຮ່ວມກັບລັດເຊຍໃນການຜ່ອນຄາຍສະຖານະການທີ່ເກີດຂຶ້ນໃຫ້ສະຫງົບໄວທີ່ສຸດເທົ່າທີ່ຈະໄວໄດ້.


No comments

Powered by Blogger.