ສ.ອາເມຣິກາ ສະເໜີ UNSC ຢຶດຊັບ ແລະ ຂຶ້ນບັນຊີດຳຜູ້ນຳເກົາຫຼີເໜືອ
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
![](https://blogger.googleusercontent.com/img/b/R29vZ2xl/AVvXsEiycWFYLkEHMxGwoqUpgGE_XcAuCLdpwu9Tkslpn0mnjZkmLnUqWs3kgXqMhwE8y0UXeZz8k_zWjMvjfTFVh9wD3PDBXkcYwoqh9KOFy6Sbg3J68s8rAQ5DeihCWDTISedClgmLcMl4ia4/s1600/518.jpg)
ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 6 ກັນຍາ 2017 ທີ່ຜ່ານມາວ່າ: ທ່ານ ນາງ ນິກກີ້ ເຮລີ ເອກອັກຄະລັດຖະທູດສະຫະລັດ ອາເມຣິກາ ປະຈຳສະຫະປະຊາຊາດ (UN) ສະເໜີຮ່າງມາດຕະການຂວໍ້າບາດເກົາຫຼີເໜືອຮອບໃໝ່ເຂົ້າສູ່ການພິຈາລະນາຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ເພື່ອລົງໂທດທີ່ເກົາຫຼີເໜືອທົດລອງລະເບີດນິວເຄຼຍຄັ້ງທີ 6 ເຊິ່ງເປັນຄັ້ງທີ່ລະເບີດທີ່ມີຄວາມຮຸນແຮງທີ່ສຸດອີກດ້ວຍ ເມື່ອວັນທີ 3 ກັນຍາ 2017 ທີ່ຜ່ານມາ, ໂດຍທ່ານ ນາງ ເຮລີກ່າວວ່າ ຕ້ອງການໃຫ້ທີ່ປະຊຸມລົງມະຕິໃນວັນຈັນທີ 11 ກັນຍາ 2017 ນີ້.
ເຊິ່ງມີລາຍງານວ່າ ມາດຕະການຂວໍ້າບາດຕໍ່ເກົາຫຼີເໜືອຮອບໃໝ່ນີ້ຈະເປັນການເນັ້ນໄປທີ່ຂໍ້ຈຳກັດການຄ້າຂາຍນ້ຳມັນລະຫວ່າງປະຊາຄົມໂລກກັບເກົາຫຼີເໜືອ ໂດຍຂໍ້ມູນເບື້ອງຕົ້ນຂອງ UN ລະບຸວ່າຈີນເປັນປະເທດທີ່ໃຫ້ການຊ່ວຍເຫຼືອເກົາຫຼີເໜືອໃນດ້ານນີ້ຫຼາຍທີ່ສຸດ ດ້ວຍສະຖິຕິການສົ່ງອອກນ້ຳມັນດິບໄປເກົາຫຼີເໜືອປີລະ 500,000 ໂຕນ ແລະ ຜະລິດຕະພັນຈາກປີໂຕຣລຽມອີກປະມານ 200,000 ໂຕນຕໍ່ປີ ຮອງລົງມາຄືລັດເຊຍທີ່ສົ່ງອອກນ້ຳມັນດິບໄປເກົາຫຼີເໜືອປີລະປະມານ 40,000 ໂຕນ.
ໃນຂະນະດຽວກັນແຜນການຂວໍ້າບາດທີ່ສະເໜີໂດຍສະຫະລັດ ອາເມຣິການັ້ນມີຄວາມຍາວ 13 ໜ້າ ຍັງລວມໄປເຖິງການຈຳກັດການສົ່ງອອກສິນຄ້າປະເພດເຄື່ອງນຸ່ງຫົ່ມສຳເລັດຮູບຂອງເກົາຫຼີເໜືອອີກດ້ວຍ ແຕ່ເປັນທີ່ໜ້າສົນໃຈທີ່ສຸດຄື ການກຽມຂຶ້ນບັນຊີດຳທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດ ແລະ ເຈົ້າໜ້າທີ່ລະດັບສູງໃນພັກແຮງງານເກົາຫຼີເໜືອ 4 ຄົນ ໂດຍຈະມີການຢຶດຊັບໃນຕ່າງປະເທດ ແລະ ຫ້າມເດີນທາງອອກນອກປະເທດ ນອກຈາກນີ້ ສາຍການບິນແຫ່ງຊາດຂອງເກົາຫຼີເໜືອ, ກອງທັບປະຊາຊົນເກົາຫຼີ ແລະ ໜ່ວຍງານລັບອີກ 8 ແຫ່ງຈະຢູ່ໃນບັນຊີດຳເຊັ່ນກັນ.
ທີ່ຜ່ານມາ UNSC ອອກມາດຕະການຂວໍ້າບາດເກົາຫຼີເໜືອມາແລ້ວ 8 ຄັ້ງ ນັບຕັ້ງແຕ່ການທົດສອບລະເບີດນິວເຄຼຍຄັ້ງທຳອິດຂອງເກົາຫຼີເໜືອ ເມື່ອປີ 2006 ແລະ ສະບັບຫຼ້າສຸດປະກາດເມື່ອວັນທີ 5 ສິງຫາ 2017 ທີ່ຜ່ານມາ ເພື່ອລົງໂທດທີ່ເກົາຫຼີເໜືອທົດລອງຂີປະນາວຸດຂ້າມທະວີບ (ICBM) 2 ຄັ້ງ ເມື່ອເດືອນກໍລະກົດທີ່ຜ່ານມາ ໂດຍເນັ້ນໄປທີ່ການສົ່ງອອກແຮ່ທາດ ແລະ ອາຫານທະເລ ທີ່ອາດສ້າງຄວາມເສຍຫາຍທາງເສດຖະກິດໃຫ້ແກ່ເກົາຫຼີເໜືອຫຼາຍເຖິງປີລະ 1,000 ລ້ານໂດລາສະຫະລັດ.
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
ສະແດງຄວາມຄິດເຫັນ