ປະຊາຊົນເກົາຫຼີໃຕ້ ປະທ້ວງລັດທີ່ຕິດຕັ້ງຖານຍິງຂີປະນາວຸດເພີ່ມ - ອິດສະຫຼະ

ປະຊາຊົນເກົາຫຼີໃຕ້ ປະທ້ວງລັດທີ່ຕິດຕັ້ງຖານຍິງຂີປະນາວຸດເພີ່ມ



ສຳນັກຂ່າວຕ່າງປະເທດລາຍງານ 7 ກັນຍາ 2017 ວ່າ: ປະຊາຊົນເມືອງຊອງຈູ ແຂວງຄະຢອງຊັງເໜືອ ທີ່ຢູ່ພາກຕາເວັນອອກຂອງເກົາຫຼີໃຕ້ ໂຮມຊຸມນຸມປະທ້ວງຕາມຖະໝົນໂຊຊອງ ເຊິ່ງເປັນເສັ້ນທາງສາຍຫຼັກພຽງສາຍດຽວເທົ່ານັ້ນ ທີ່ສາມາດເຂົ້າສູ່ສະໜາມກັອບຂອງບໍລິສັດລັອດເຕ ເພື່ອຂັດຂວາງບໍ່ໃຫ້ເຈົ້າໜ້າທີ່ຂອງເກົາຫຼີໃຕ້ ແລະ ສະຫະລັດ ອາເມຣິການຳສ່ວນປະກອບຂອງຖານຍິງລະບົບປ້ອງກັນຂີປະນາວຸດເພດານສູງ THAAD ເຂົ້າໄປຕິດຕັ້ງພາຍໃນສະໜາມກັອບ ໂດຍບັນຍາກາດມີຄວາມຮຸນແຮງເຖິງຂັ້ນມີການປະທະກັນເປັນໄລຍະ ລະຫວ່າງປະຊາຊົນກັບເຈົ້າໜ້າທີ່ຕຳຫຼວດຫຼາຍກວ່າ 8,000 ຄົນ ມີລາຍງານຜູ້ໄດ້ຮັບບາດເຈັບປະມານ 40 ຄົນ.


ເຊິ່ງກະຊວງປ້ອງກັນປະເທດເກົາຫຼີໃຕ້ອອກຖະແຫຼງການຢ້ຳວ່າ ການຕິດຕັ້ງລະບົບ THAAD ເປັນສິ່ງທີ່ຈຳເປັນຕໍ່ຄວາມໝັ້ນຄົງຂອງເກົາຫຼີໃຕ້ ໃນການປ້ອງກັນອະທິປະໄຕຂອງຊາດ ຈາກການຂົ່ມຂູ່ຂອງເກົາຫຼີເໜືອ ທີ່ຍິງຂີປະນາວຸດໄປແລ້ວເກືອບ 20 ຄັ້ງ ນັບຕັ້ງແຕ່ຕົ້ນປີນີ້ ແລະ ທົດສອບລະເບີດນິວເຄຼຍ ຄັ້ງທີ 6 ເມື່ອວັນທີ 3 ກັນຍາ 2017 ທີ່ຜ່ານມາ ໂດຍການຕິດຕັ້ງຖານຍິງເພີ່ມອີກ 4 ຖານ ຈະເພີ່ມຈຳນວນຖານຍິງລະບົບຂີປະນາວຸດພາຍໃນສະໜາມກັອບແຫ່ງນີ້ເປັນ 6 ຖານ.



No comments

Powered by Blogger.