ເກົາຫຼີໃຕ້-ສ.ອາເມຣິກາແກ້ໄຂ ສົນທິສັນຍາພັດທະນາຂີປະນາວຸດ - ອິດສະຫຼະ

ເກົາຫຼີໃຕ້-ສ.ອາເມຣິກາແກ້ໄຂ ສົນທິສັນຍາພັດທະນາຂີປະນາວຸດ



ສຳນັກຂ່າວຕ່າງປະເທດລາຍງານ 2 ກັນຍາ 2017 ວ່າ: ທຳນຽມປະທານປະເທດເກົາຫຼີໃຕ້ອອກຖະແຫຼງການກ່ຽວກັບການສົນທະນາທາງໂທລະສັບລະຫວ່າງທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ກັບ ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ເມື່ອຕອນເຊົ້າວັນເສົານີ້ຕາມເວລາທ້ອງຖິ່ນ ເຊິ່ງກົງກັບຄືນວັນສຸກຕາມເວລາທ້ອງຖິ່ນໃນ ສ.ອາເມຣິກາ ວ່າ ຜູ້ນຳທັງສອງປະເທດໄດ້ປຶກສາຫາລືກ່ຽວກັບການຍົກລະດັບການຮ່ວມມືຕໍ່ຕ້ານໄພຈາກເກົາຫຼີເໜືອ ທີ່ລວມເຖິງການຈັດຊື້ອາວຸດ ແລະ ການແກ້ໄຂຂໍ້ຕົກລົງໃນສົນທິສັນຍາດ້ານຄວາມໝັ້ນຄົງລະດັບວະທິພາຄີ ເພື່ອເພີ່ມຂີດຄວາມສາມາດຂອງເກົາຫຼີໃຕ້ໃນການພັດທະນາຂີປະນາວຸດ.

ເຊິ່ງ ສ.ອາເມຣິກາ ແລະ ເກົາຫຼີໃຕ້ໄດ້ລົງນາມໃນຂໍ້ຕົກລົງດັ່ງກ່າວຮ່ວມກັນເມື່ອປີ 2001 ຈຳກັດໃຫ້ເກົາຫຼີໃຕ້ສາມາດຜະລິດຂີປະນາວຸດທີ່ມີນ້ຳໜັກບໍ່ເກີນ 500 ກິໂລກຣາມ ແລະ ພິໄສການຍິງສູງສຸດ 800 ກິໂລແມັດ ໂດຍເປັນໄປຕາມຈຸດປສະສົງຂອງ ສ.ອາເມຣິກາ ທີ່ບໍ່ຕ້ອງການໃຫ້ເກີດການແຂ່ງຂັນດ້ານອາວຸດໃນອາຊີຕາເວັນອອກສຽງເໜືອ ແຕ່ລັດຖະບານເກົາຫຼີໃຕ້ຕ້ອງການແກ້ໄຂສົນທິສັນຍາໃຫ້ມີການເພີ່ມລັດສະໝີການຍິງຂອງຂີປະນາວຸດຢ່າງໜ້ອຍ 3 ເທົ່າ ເພື່ອໃຫ້ຄວບຄວມຄັງອາວຸດບາງແຫ່ງຂອງເກົາຫຼີເໜືອໄດ້.


ການເຄື່ອນໄຫວດັ່ງກ່າວເກີດຂຶ້ນໃນມື້ດຽວກັນກັບທີ່ກົດໝາຍຂອງສ.ອາເມຣິກາ ຫ້າມບໍ່ໃຫ້ຊາວອາເມຣິກາເດີນທາງໄປເກົາຫຼີເໜືອ ມີຜົນບັງຄັບໃຊ້ເມື່ອວັນທີ 1 ກັນຍາ 2017 ທີ່ຜ່ານມາ, ຫາກຜູ້ໃດຝາຝືນອາດຕ້ອງໄດ້ຮັບໂທດຕິດຄຸກສູງສຸດເຖິງ 10 ປີ ພ້ອມປັບໃໝເງິນອີກຈຳນວນໜຶ່ງ, ເຖິງຢ່າງໃດກໍ່ຕາມ ກົດໝາຍນີ້ຍົກເວັ້ນໃຫ້ກັບນັກການທູດ, ນັກຂ່າວ ແລະ ເຈົ້າໜ້າທີ່ບັນເທົາທຸກຂອງອົງການລະຫວ່າງປະເທດ ແຕ່ຕ້ອງມີການຍື່ນຂໍລ່ວງໜ້າເພື່ອຮັບການອະນຸມັດ ໂດຍຕ້ອງມີການອະທິບາຍຈຸດປະສົງໃນການເດີນທາງວ່າເປັນໄປເພື່ອ ຜົນປະໂຫຍດຂອງສ.ອາເມຣິກາ ແບບໃດ.

No comments

Powered by Blogger.