ຕວັກກີປະນາມມຽນມາ "ຂ້າລ້າງເຜົ່າພັນ" ຊາວໂຣຮິງຢາ ໃນລັດຍະໄຂ່ - ອິດສະຫຼະ

ຕວັກກີປະນາມມຽນມາ "ຂ້າລ້າງເຜົ່າພັນ" ຊາວໂຣຮິງຢາ ໃນລັດຍະໄຂ່



ສຳນັກຂ່າວຕ່າງປະເທດລາຍງານ 2 ກັນຍາ 2017 ວ່າ: ທ່ານ ເຣເຊັບ ເທຢິບ ເອີໂດກັນ ປະທານປະເທດຕວັກກີ ກ່າວທີ່ເມືອງອິສຕັນບູ ເມື່ອວັນສຸກທີ່ຜ່ານມາວ່າ: ກອງທັບມຽນມາ "ຂ້າລ້າງເຜົ່າພັນ" ຊາວໂຣຮິງຢາໃນລັດຍະໄຂ່ ແລະ ບຸກຄົນໃດກໍ່ຕາມທີ່ປິດຫູປິດຕາກັບເລື່ອງທີ່ເກີດຂຶ້ນໂດຍໃຊ້ຄຳວ່າປະຊາທິປະໄຕເປັນຂໍ້ອ້າງ ຖືວ່າເປັນຜູ້ສົມຄົບຄິດ.

ໃນຂະນະທີ່ລັດຖະມົນຕີກະຊວງການຕ່າງປະເທດຕວັກກີ ຮຽກຮ້ອງໃຫ້ບັງກະລາເທດເປີດຊາຍແດນຮັບຜູ້ລີ້ໄພອົນພະຍົບຊາວໂຣຮິງຢາກຸ່ມໃໝ່ ແລະ ໃຫ້ຄຳໝັ້ນສັນຍາວ່າລັດຖະບານຕວັກກີຈະຮັບຜິດຊອບຄ່າໃຊ້ຈ່າຍທີ່ເກີດຂຶ້ນທັງໝົດ ເຖິງແມ່ນວ່າລັດຖະບານບັງກະລາເທດປະກາດໃນອາທິດນີ້ວ່າ ຈຳນວນຜູ້ອົບພະຍົບຊາວໂຣຮິງຢາຄົບໂຄຕ້າແລ້ວຄື 400,000 ຄົນ ແລະ ປະຕິເສດຂໍ້ຮຽກຮ້ອງດຽວກັນນີ້ຈາກທ່ານ ອັນໂຕນິໂອ ກູເຕເຣສ ເລຂາທິການສະຫະປະຊາຊາດ.


ເຊິ່ງທ່ານ ກູເຕເຣສ ກ່າວເຕືອນການເກີດວິກິດດ້ານມະນຸດສະທຳຄັ້ງໃໝ່ໃນລັດຍະໄຂ່ ທີ່ຕັ້ງຢູ່ທິດຕາເວັນຕົກຂອງມຽນມາ ເມື່ອຊາວໂຣຮິງຢາປະມານ 38,000 ຄົນ ເດີນທາງຂ້າມແມ່ນ້ຳນາບທີ່ເປັນຊາຍແດນທຳມະຊາດລະຫວ່າງມຽນມາກັບບັງກະລາເທດ ເພື່ອລີ້ໄພການສູ້ຮົບຄັ້ງໃໝ່ໃນຍະໄລ່ທີ່ເກີດຂຶ້ນເມື່ອອາທິດທີ່ຜ່ານມາ ແລະ ມີຜູ້ເສຍຊີວິດຫຼາຍກວ່າ 400 ຄົນ ສ່ວນໃຫຍ່ເປັນສະມາຊິກກອງທັບກອບກູ້ໂຣຮິງຢາ ຖືເປັນສະຖານະການນອງເລືອດທີ່ສຸດໃນຮອບ 5 ປີ ແລະ ຍັງມີຜູ້ລີ້ໄພຊາວໂຣຮິງຢາອີກປະມານ 20,000 ຄົນຕິດຄ້າງຢູ່ໃນບໍລິເວນທີ່ເປັນເຂດສູ້ຮົບ.


ນອກຈາກນີ້ ເລຂາທິການສະຫະປະຊາຊາດສະແດງຄວາມເປັນຫ່ວງຕໍ່ສະຖານະການພາຍໃນຄ້າຍຜູ້ລີ້ໄພເມືອງຊິດຕະເວ ເມືອງເອກຂອງລັດຍະໄຂ່ ທີ່ມີຜູ້ລີ້ໄພປະມານ 120,000 ຄົນ ສ່ວນໃຫຍ່ເປັນຊາວໂຣຮິງຢາກຳລັງຂາດແຄນອາຫານ ແລະ ສິ່ງຂອງຈຳເປັນ ເນື່ອງຈາກເຈົ້າໜ້າທີ່ UN ແລະ ອົງການບັນເທົາທຸກບາງສ່ວນເດີນທາງອອກນອກປະເທດ ພາຍຫຼັງທີ່ລັດຖະບານມຽນມາກ່າວຫາວ່າ ອົງກອນລະຫວ່າງປະເທດ ສະໜັບສະໜູນກຸ່ມຕິດອາວຸດໃນລັດຍະໄຂ່ ດ້ວຍການເຜີຍແຜ່ພາບຖົງຂະໜົມປັງທີ່ມີກາສັນຍາລັກຂອງອົງການອາຫານໂລກ (WFP) ຢູ່ໃນຄ່າຍຂອງກຸ່ມຫົວຮຸນແຮງ ແລະ ປະກາດສືບສວນເລື່ອງທີ່ເກີດຂຶ້ນ.



No comments

Powered by Blogger.