ລາວ-ກຳປູເຈຍເຫັນດີ ຂໍແຜນທີ່ຈາກຝຣັ່ງ ເພື່ອເປັນບ່ອນອີງໃນການແກ້ໄຂບັນຫາຊາຍແດນຂອງສອງປະເທດ - ອິດສະຫຼະ

ລາວ-ກຳປູເຈຍເຫັນດີ ຂໍແຜນທີ່ຈາກຝຣັ່ງ ເພື່ອເປັນບ່ອນອີງໃນການແກ້ໄຂບັນຫາຊາຍແດນຂອງສອງປະເທດ



ໃນວັນທີ 1 ກັນຍາ 2017 ທີ່ຜ່ານມາ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຂອງລາວ ໄດ້ເດີນທາງໄປນະຄອນຫຼວງພະນົມເປັນ ເພື່ອພົບປະກັບສົມເດັດ ຮຸນ ເຊນ ນາຍົກລັດຖະມົນຕີກຳປູເຈຍ ເພື່ອສືບຕໍ່ແກ້ໄຂບັນຫາຊາຍແດນລະຫວ່າງລາວ-ກຳປູເຈຍຢູ່ບໍລິເວນແກ້ງຕໍມໍຄອຍ ແລະ ຫ້ວຍຕະເງົາ ແຂວງອັດຕະປື ທີ່ສືບຕໍ່ມາຈາກການພົບປະກັນເມື່ອຄັ້ງວັນທີ 12 ສິງຫາ 2017 ທີ່ຜ່ານມາທີ່ນະຄອນຫຼວງວຽງຈັນ ລັດຖະມົນຕີທັງສອງປະເທດໄດ້ຕົກລົງແກ້ໄຂບັນຫາຊາຍແດນລະຫວ່າງສອງປະເທດຄື:

- ມອບໃຫ້ລັດຖະມົນຕີກະຊວງການຕ່າງປະເທດຂອງສອງປະເທດພົບກັນເພື່ອປຶກສາຫາລືເຖິງລາຍລະອຽດ ແລະ ວິທີການແກ້ໄຂບັນຫາ
- ມອບໃຫ້ຄະນະກຳມະການຊາຍແດນຂອງສອງປະເທດລົງກວດກາພື້ນທີ່ຕົວຈິງ ເພື່ອແກ້ໄຂບັນຫາຊາຍແດນຢູ່ 4 ຈຸດຄົງຄ້າງ
- ມອບໃຫ້ຄະນະກຳມະການຊາຍແດນຂອງສອງຝ່າຍລົງກວດກາຕົວຈິງຢູ່ບໍລິເວນແກ້ງຕໍມີຄອຍ ແລະ ຫ້ວຍຕະເງົາ ເພື່ອກຳນົດທີ່ຕັ້ງຫຼັກໝາຍຊາຍແດນ ແລະ ປັກຫຼັກໝາຍຊາຍແດນໃຫ້ສຳເລັດໂດຍໄວ ຈຸດໃດທີ່ສອງຝ່າຍສາມາດຕົກລົງກັນໄດ້ກໍ່ໃຫ້ປັກຫຼັກໝາຍໃນທັນທີ ເພື່ອກ້າວໄປສູ່ການປັກຫຼັກໝາຍຕໍ່ໆໄປ

ເຊິ່ງທັງສອງນາຍົກລັດຖະມົນຕີລາວ-ກຳປູເຈຍ ໄດ້ມີການຕົກລົງເຫັນດີວ່າ: ຈະຂຽນຈົດໝາຍເຖິງປະທານປະເທດຝຣັ່ງ ເພື່ອໃຫ້ຝຣັ່ງສົ່ງແຜນທີ່ມາດຕາສ່ວນ 1/100,00 ແລະ 1/50,000 ທີ່ພິມໂດຍພະແນກແຜນທີ່ອິນດູຈີນ ແລະ ເອກະສານອື່ນໆທີ່ກ່ຽວຂ້ອງກັບການກຳນົດຊາຍແດນລະຫວ່າງລາວ-ກຳປູເຈຍ ສົ່ງໃຫ້ລັດຖະບານລາວ ແລະ ລັດຖະບານກຳປູເຈຍ ເພື່ອນຳໃຊ້ເປັນຂໍ້ມູນ ແລະ ຫຼັກຖານ ໃນການແກ້ໄຂບັນຫາເສັ້ນຊາຍແດນລະຫວ່າງສອງປະເທດ.

ນອກຈາກນີ້ທັງສອງນາຍົກລັດຖະມົນຕີຍັງໄດ້ຕົກລົງຈະຮັກສາຄວາມສະຫງົບ ແລະ ຄວາມໝັ້ນຄົງລະຫວ່າງຊາຍແດງຂອງສອງປະເທດ ບໍ່ໃຫ້ປະເທດໃດປະເທດໜຶ່ງສ້າງສະຖານນະການຄວາມເຄັ່ງຕຶງຂຶ້ນໃນບໍລິເວນຊາຍແດນ ເພື່ອໃຫ້ປະຊາຊົນໄດ້ທຳມາຫາກິນ ແລະ ດຳລົງຊີວິດແບບປົກກະຕິໃນຄວາມສະຫງົບ ແລະ ມີມິດໄມຕີທີ່ດີຕໍ່ກັນ.

No comments

Powered by Blogger.