ເກົາຫຼີເໜືອປະກາດ ຈະສ້າງຄວາມເທົ່າທຽມທາງການທະຫານໃຫ້ທຽບເທົ່າ ສ.ອາເມຣິກາ - ອິດສະຫຼະ

ເກົາຫຼີເໜືອປະກາດ ຈະສ້າງຄວາມເທົ່າທຽມທາງການທະຫານໃຫ້ທຽບເທົ່າ ສ.ອາເມຣິກາ



ສຳນັກຂ່າວຕ່າງປະເທດລາຍງານ 16 ກັນຍາ 2017 ວ່າ: ສຳນັກຂ່າວ KCNA ຂອງທາງການເກົາຫຼີເໜືອລາຍງານວ່າ ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ໄດ້ລົງຕິດຕາມການຍິງທົດລອງຂີປະນາວຸດພິໄສກາງ Hwasong-12 ບໍລິເວນເຂດຊູນັນ ໃກ້ກັບນະຄອນຫຼວງປຽງຢາງ ເມື່ອວັນສຸກທີ່ຜ່ານມາ ໂດຍຂີປະນາວຸດສາມາດເດີນທາງໄປໄດ້ໄກເປັນໄລຍະທາງເຖິງ 3,700 ກິໂລແມັດ ຂ້າມນ່ານຟ້າເໜືອເກາະຮອກໄກໂດ ພາກເໜືອຂອງຍີ່ປຸ່ນ ກ່ອນຕົກລົງໃນອີກດ້ານໜຶ່ງຂອງມະຫາສະໝຸດປາຊີຟິກ.


ເຊິ່ງຜົນການທົດສອບປະສິດທິພາບຂອງຂີປະນາວຸດ Hwasong-12 ໃນຄັ້ງນີ້ ໄດ້ສ້າງຄວາມເພິ່ງພໍໃຈໃຫ້ແກ່ທ່ານ ຄິມ ຈອງ-ອຶນ ເປັນຢ່າງສູງ ແລະ ຍັງກ່າວວ່າ ເປັນການພິສູດໃຫ້ເຫັນເຖິງຄວາມເທົ່າທຽມທາງການທະຫານຂອງເກົາຫຼີເໜືອທີ່ກຳລັງຈະກ້າວຂຶ້ນທຽບເທົ່າກັບສະຫະລັດ ອາເມຣິກາໄດ້ແລ້ວ ແລະ ຈະເປັນການເຮັດໃຫ້ຜູ້ປົກຄອງສະຫະລັດ ອາເມຣິກາ ຢຸດເຊົາແນວຄິດທີ່ຈະໃຊ້ມາດຕະການທາງການທະຫານກັບເກົາຫຼີເໜືອ ພ້ອມກັນນີ້ ຜູ້ນຳສູງສຸດລຸ້ນທີ 3 ຂອງເກົາຫຼີເໜືອຍັງກ່າວອີກວ່າ ຈະເດີນໜ້າພັດທະນາໂຄງການນິວເຄຼຍຕໍ່ໄປ ເຖິງແມ່ນວ່າຈະຕ້ອງຕົກຢູ່ສະພາບທີ່ຖືກຂວໍ້າບາດຈາກປະຊາຄົມໂລກກໍ່ຕາມ.


ລາຍງານດັ່ງກ່າວຂອງ KCNA ໄດ້ຮັບການເຜີຍແຜ່ອອກມາພຽງບໍ່ພໍເທົ່າໃດຊົ່ວໂມງ ພາຍຫຼັງທີ່ຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ອອກຖະແຫຼງການປະນາມການຍິງຂີປະນາວຸດຄັ້ງຫຼ້າສຸດຂອງເກົາຫຼີເໜືອ ທີ່ເປັນການຍິງຂ້າມນ່ານຟ້າຂອງຍີ່ປຸ່ນຄັ້ງທີ 2 ພາຍໃນໄລຍະເວລາຫ່າງກັນພຽງ 2 ອາທິດ ແລະ ຂີປະນາວຸດຍັງເດີນທາງໄດ້ໄກກວ່າການທົດລອງຄັ້ງທຳອິດອີກດ້ວຍ, ໂດຍ UNSC ກ່າວວ່າ ພຶດຕິກຳດັ່ງກ່າວເປັນການຮຸກຮານຢ່າງຮ້າຍແຮງ ແລະ ສັ່ງໃຫ້ເກົາຫຼີເໜືອຢຸດຕິພຶດຕິກຳທີ່ເປັນລ່ວງລະເມີດໃນລັກສະນະນີ້ ເພື່ອນຳໄປສູ່ການປົດອາວຸດນິວເຄຼຍຢູ່ແຫຼມເກົາຫຼີຢ່າງຖາວອນ, ເຊິ່ງ UNSC ຫາກໍ່ມີບາດຕະການຂວໍ້າບາດເກົາຫຼີເໜືອຄັ້ງໃໝ່ເມື່ອວັນຈັນທີ່ຜ່ານມານີ້ເອງ ທີ່ໄດ້ຫ້າມບໍ່ໃຫ້ສົ່ງອອກຜະລິດຕະພັນຈາກອຸດສາຫະກຳຕ່ຳແຜ່ນ ແລະ ຈຳກັດການນ້ຳເຂົ້ານ້ຳມັນດິບ ເພື່ອລົງໂທດການທົດລອງລະເບີດນິວເຄຼຍ ຄັ້ງທີ 6 ເມື່ອວັນທີ 3 ກັນຍາ 2017 ທີ່ຜ່ານມາ.



No comments

Powered by Blogger.