ອັງກິດຍົກລະດັບເຕືອນໄພກໍ່ການຮ້າຍລະດັບ "ສູງສຸດ" ພາຍຫຼັງເກີດເຫດລະເບີດໃນລົດໄຟ - ອິດສະຫຼະ

ອັງກິດຍົກລະດັບເຕືອນໄພກໍ່ການຮ້າຍລະດັບ "ສູງສຸດ" ພາຍຫຼັງເກີດເຫດລະເບີດໃນລົດໄຟ



ສຳນັກຂ່າວຕ່າງປະເທດລາຍງານ 16 ກັນຍາ 2017 ວ່າ: ທ່ານ ນາງ ເທເຣຊາ ເມ ນາຍົກລັດຖະມົນຕີອັງກິດຖະແຫຼງເມື່ອວັນສຸກທີ່ຜ່ານມາວ່າ ໄດ້ຍົກລະດັບການເຕືອນໄພການກໍ່ການຮ້າຍໃນປະເທດຈາກ "ຮຸນແຮງ" ຂຶ້ນເປັນຂັ້ນ "ວິກິດ" ເຊິ່ງເປັນຂັ້ນສູງສຸດ ແລະ ໝາຍຄວາມວ່າອັງກິດກຳລັງຕົກຢູ່ໃນຄວາມສ່ຽງຂອງການເປັນເປົ້າໝາຍຂອງກຸ່ມກໍ່ການຮ້າຍໃນໄລຍະເວລາອັນໃກ້ນີ້, ນອກຈາກນີ້ ທ່ານ ນາງ ຍັງໄດ້ສັ່ງເພີ່ມກຳລັງຕຳຫຼວດ ແລະ ທະຫານໃນເຄື່ອງແບບ ອອກລາດຕະເວນ ແລະ ຮັກສາຄວາມປອດໄພໃນສະຖານທີ່ສາທາລະນະ ແລະ ສະຖານທີ່ສຳຄັນທຸກແຫ່ງໃນປະເທດອີກດ້ວຍ.


ການເຄື່ອນໄຫວດັ່ງກ່າວຂອງພາກລັດເກີດຂຶ້ນພຽງບໍ່ພໍເທົ່າໃດຊົ່ວໂມງ ພາຍຫຼັງທີ່ກຸ່ມ IS ປະກາດຮັບ ແລະ ອ້າງວ່າຢູ່ເບື້ອງຫຼັງເຫດວາງລະເບີດພາຍໃນຂະບວນລົດໄຟໂດຍສານໃຕ້ດິນສາຍຕາເວັນຕົກສຽງໃຕ້ຂອງນະຄອນຫຼວງລອນດອນ ເມື່ອຕອນເຊົ້າຂອງວັນສຸກທີ່ຜ່ານມາ ຕາມເວລາທ້ອງຖິ່ນ ໂດຍລະເບີດຖືກຈູດສະນວນໃນຂະນະທີ່ລົດໄຟຢູ່ບໍລິເວນສະຖານນີ້ພາສັນ ກຣີນ ໃນເຂດຟູແລມ ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ 29 ຄົນ ສ່ວນໃຫຍ່ເປັນບາດຈາກການຖືກໄຟໄໝ້ ແລະ ການຢຽບກັນເພື່ອຫຼົບໜີເອົາຊີວິດລອດຈາກເກດການດັ່ງກ່າວ ແລະ ຖືເປັນການກໍ່ການຮ້າຍໃນອັງກິດ ຄັ້ງທີ 5 ພາຍໃນໄລຍະເວລາພຽງເຄິ່ງປີ.


No comments

Powered by Blogger.